ປະຊາຊົນເຊກອງ ໂຍກຍ້າຍເຂົ້າສູ່ເຂຕໃໝ່

ແຂວງເຊກອງ ໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມໃຫ້ໄປຢູ່ເຂຕທີ່ສ້າງຂຶ້ນໃໝ່.
ຫວາດ ສີມູນ
2010.01.13

ທາງກາຣແຂວງ ເຊກອງ ກຳລັງໂຍກຍ້າຍ ປະຊາຊົນ ຫລາຍໝູ່ບ້ານ ໃນເມືອງລະມາມ ທີ່ໄດ້ຮັບຜົລ ກະທົບຈາກລົມພະຍຸ (ພາຍຸ) ເກສນາ ໃນຣະຫວ່າງທ້າຍ ເດືອນກັນຍາ 2009 ຜ່ານມາ ເພື່ອໄປອາສັຍ ຢູ່ຕາມເຂຕທີ່ທາງ ກາຣລາວສ້າງຂຶ້ນໃຫ້ໃໝ່ ດັ່ງຍານາງຄຳສີ ທຸມມະວົງສາ ຮອງເຈົ້າເມືອງໆລະມາມ ກ່າວວ່າ:

“ໃນກາຣປົວແປງອາຄາຣ ສະຖານທີ່ໂດຽ ພື້ນຖານ ກໍເຫັນວ່າສຳເຣັຈແລ້ວ ແລະ ຣະຍະປັຈຈຸບັນ ພວມໂຍກຍ້າຍ ປະຊາຊົນທີ່ຢູ່ ໃນເຂຕອັນຕະຣາຍຫັ້ນ ມາຕັ້ງບ້ານ ເຮືອນຢູ່ໃນເຂຕ ທີ່ປອດພັຍ”.

ພ້ອມດຽວກັນນີ້ ຍານາງຄຳສີ ກໍໃຫ້ກາຣອະທິບາຍ ເພີ່ມວ່າ ປະຊາຊົນໃນເຂຕ ເມືອງລະມາມ ທີ່ໄດ້ຮັບຜົລກະທົບ ຢ່າງຫລວງຫລາຍ ຈາກລົມພະຍຸ ໃນປີຜ່ານມານັ້ນ ກໍກວມທັງບ້ານ ນາວາແກ່ງ ບ້ານປະຮືງ ບ້ານນາວາກາງ ແລະບ້ານນາວາແສງ ໂດຽອາສັຍກາຣ ບໍຣິຈາກ ຂອງຣັຖບາລ ອົງກາຣຈັດຕັ້ງສາກົລ ພາຍໃນ ແລະ ຕ່າງປະເທສ ແລະພາກສ່ວນ ເອກກະຊົນຕ່າງໆ ຮວມເປັນທັງໝົດກວ່າ ສາມຕື້ກີບ.

ຍານາງຄຳສີ ໄດ້ກ່າວຢ້ຳທ້າຍວ່າ ກາຣກໍ່ສ້າງ ເຮືອນຊານບ້ານຊ່ອງ ກໍສຳເຣັຈຮຽບຮ້ອຍ ໄປແລະເປັນສ່ວນໃຫຍ່ ແລະກໍມີກາຣແນະນຳ ໃຫ້ປະຊາຊົນ ໂຍກຍ້າຍ ເຂົ້າມາ ແລະ ໃນຂນະດຽວກັນ ກໍຍັງມີກາຣດຳເນີນ ສ້າງໂຄງຮ່າງພື້ນຖານ ເພື່ອຮອງຮັບ ປະຊາຊົນ ທີ່ຈະຍ້າຍເຂົ້າມາ ຢູ່ຕື່ມອີກ ເປັນຣະຍະ ຣະຍະໆ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.