ນັກວິຊາການ ຫ່ວງນໍານໍ້າເຊກອງ
2010.05.28
ບັນຫາ ຄວາມເປິເປື້ອນ ຂອງນໍ້າເຊກອງ ທີ່ເກີດຂຶ້ນຍ້ອນ ໂຄງການພັທນາ ຕ່າງໆ ໃນຣະລະທີ່ ຜ່ານມານັ້ນ ຖ້າບໍ່ໄດ້ຮັບ ການແກ້ໄຂ ຢ່າງຮີບດ່ວນ ກໍຈະມີຜົລ ກະທົບ ຕໍ່ການ ດໍາຣົງຊີວິດ ຂອງປະຊາຊົນ ໃນປະເທດແລະ ເພື່ອນບ້ານນໍາດ້ວຍ. ຕາມຄໍາເວົ້າຂອງ ນັກວິຊາການ ສິ່ງແວດລ້ອມ:
"ນໍ້າເຊກອງ ມັນເປັນແມ່ນໍ້າ ສອງປະເທດເນາະ ເຮົາພັດຢູ່ເທິງ ຄັນເຮົາຄຸ້ມຄອງ ບໍ່ດີຢູ່ພາຍ ໃນເຮົາເອງ ກໍສິໄຄແນ່ ເພາະວ່າເຮົາຊາດ ດຽວກັນ ປະຊາຊົນບ້ານ ດຽວກັນ ມັນສິເວົ້າກັນໄດ້ ສະດວກແກ້ໄຂກັນ ໄດ້ສະດວກ ແຕ່ວ່າມັນເປັນ ຜົລກະທົບ ຂ້າມຊາຍແດນ ມັນກໍສິຍາກເນາະ".
ສາຍນໍ້າເຊກອງ ມີຕົ້ນນໍ້າໃນ ວຽດນາມ ໄຫລເຂົ້າມາ ປະເທດລາວ ຜ່ານແຂວງ ສາຣະວັນ ເຊກອງ ແລະອັດຕະປື ລວມລະຍະທາງ 320 ກິໂລແມັດ ກ່ອນໄຫລອອກ ສູ່ແຂວງຊຽງແຕງ ປະເທດ ກັມພູຊາ ແລະບັນຈົບເຂົ້າກັບນໍ້າຂອງ ໃນແຂວງດັ່ງກ່າວ. ນໍ້າເຊກອງ ເປັນແຫລ່ງທີ່ອຸດົມ ດ້ວຍແຮ່ທາດ ໂດຍສະເພາະແຮ່ຄໍາ ເຮັດໃຫ້ ປະຊາຊົນ ແລະບໍຣິສັດ ເອກກະຊົນ ຕ່າງດ້າວພາກັນ ເຂົ້າມາຂຸດຄໍາ ໃນນໍ້າເຊກອງ ເລີ້ມແຕ່ປີ 2003 ເປັນຕົ້ນມາ.
ການຂຸດຄໍາດັ່ງກ່າວ ເມື່ອຮວມກັບ ໂຄງການບໍ່ແຮ່ອື່ນໆ ທີ່ມີເພີ້ມຂຶ້ນນັ້ນ ໄດ້ເຮັດໃຫ້ເກີດ ຜົລກະທົບ ຢ່າງຮ້າຍແຮງ ໃສ່ລໍານໍ້າ ມີການປ່ຽນແປງ ບົກແຫ້ງ ທັງມີສານພິດ ທີ່ເຮັດໃຫ້ເປິເປື້ອນ.
ໜັງສືພິມ Vientiane times ຣາຍງານ ເມື່ອບໍ່ດົນມານີ້ວ່າ ນໍ້າເຊກະໝານ ທີ່ເປັນລໍານໍ້າ ສາຂາ ຂອງນໍ້າເຊກອງ ມີການຂຸດແຮ່ທາດ ບໍ່ເປັນ ຣະບົບຣະບຽບ ໃຊ້ສານ ເຄມີ ທີ່ເປັນອັນຕຣາຍ ແລະປ່ອຍເສດເຫລືອ ຫລືຂອງເສັຽລົງສູ່ ລໍານໍ້າ. ມົລພາວະເຫລົ່ານີ້ ທີ່ເກີດຂຶ້ນ ໃນລາວ ຈະສົ່ງຜົລກະທົບ ໃສ່ຊາວກັມພູຊາ ທີ່ອາສັຍ ທໍາມາ ຫາກິນ ຕາມສອງຝັ່ງ ແມ່ນໍ້າຂອງ ເຊັ່ນດຽວກັນ. ໃນອະນາຄົດ ຖ້າປະເທດລາວ ບໍ່ແກ້ໄຂບັນຫາ ກໍຈະເຮັດໃຫ້ ມີການທັກທ້ວງ ຈາກປະເທດ ກັມພູຊາ ຜູ້ຢູ່ພາຄໃຕ້.