ດິນພູເຈື່ອນ ເມືອງດັກຈຶ້ງ ແລະ ເມືອງກະລຶມ

ເມືອງດັກຈຶ້ງ ແລະ ເມືອງກະລຶມ ແຂວງເຊກອງ ມີບັນຫາ ດິນພູເຈື່ອນ ແລະ ນໍ້າໃນຫ້ວຍໜອງ ໃຫລແຮງ ໃນໜ້າຝົນ ເຮັດໃຫ້ ບໍ່ສາມາດ ເດີນທາງ ໄດ້ສະດວກ.
ມະນີຈັນ
2010.08.02

ນໍ້າໃນຫ້ວຍໜອງ ໃນຊ່ວງ ໜ້າຝົນ ໄຫລແຮງ ສ້າງບັນຫາ ຫຍູ້ງຍາກ ໃຫ້ແກ່ ປະຊາຊົນ ໃນການເດີນທາງ ເພາະຍັງ ບໍ່ມີການ ກໍ່ສ້າງຂົວເທື່ອ. ເຖິງແມ່ນວ່າ ຝົນຈະບໍ່ ຕົກຫລາຍ ແຕ່ການເດີນທາງ ກໍບໍ່ປອດພັຍ ສໍາລັບ ປະຊາຊົນ ເພາະເວລາ ຝົນຕົກ ມີນໍ້າໄຫລລົງ ຈາກຮ່ອມພູ ມີດິນພູ ເຈື່ອນລົງມາ ໂດຍທີ່ ປະຊາຊົນ ບໍ່ທັນຣະວັງ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ຂົວ-ທາງ ຜແນກ ໂຍທາທິການ ຂົນສົ່ງ ແຂວງເຊກອງ:

"ເຊກອງ ຫາ ເມືອງດັກຈຶ້ງ ກໍຍັງມີ ທາງ ກະລຶມອີກ ເປັນບັນຫາ ບ່ອນວ່າ ມັນມີຫ້ວຍນໍ້າ ແລະ ກໍບາງຄັ້ງ ກໍມີຝົນ ຕົກໜັກຫລາຍ ກໍພູເຈື່ອນ ຊ່ວງຝົນຕົກ ໜັກໆ ມັນຈະມີ ບັນຫາເລື່ອງ ຫ້ວຍແມ່ນໍ້າ ມັນບໍ່ທັນ ມີຂົວ".

ທ່ານກ່າວ ຕໍ່ໄປວ່າ ປະຊາຊົນ ທີ່ຢູ່ໃນ ເມືອງດັກຈຶ້ງ ແລະ ເມືອງກະລຶມ ຄວນຣະມັດ ຣະວັງ ແລະຄວນຫລີກລ່ຽງ ການເດີນທາງ ຂນະທີ່ ມີຝົນຕົກແຮງ ເພາະເສັ້ນທາງ ນັ້ນຍັງບໍ່ໄດ້ ຮັບການພັທນາ. ອີກຢ່າງນຶ່ງ ທັງ 2 ເມືອງກໍຢູ່ ໃນເຂດ ຫ່າງໄກ ເຮັດໃຫ້ການ ກໍ່ສ້າງ ໂຄ່ງຮ່າງພື້ນຖານ ເປັນໄປໄດ້ ຢ່າງລໍາບາກ ໂດຍສະເພາະ ເລື່ອງ ການນໍາອຸປກອນ ຂນາດໃຫຍ່ ເພື່ອເຂົ້າໄປ ກໍ່ສ້າງ ເສັ້ນທາງ ຫລືກໍ່ສ້າງ ສິ່ງອໍານວຍ ຄວາມສະດວກ ຕ່າງໆ.

ເມືອງດັກຈຶ້ງ ແລະ ເມືອງກະລຶມ ແຂວງເຊກອງ ເປັນ 2 ເມືອງ ທີ່ມີຄວາມ ທຸກຍາກ ຫລາຍທີ່ສຸດ ແລະມີ ປະຊາຊົນ ຊົນເຜົ່າ ອາສັຍຢູ່ ຫລາຍທີ່ສຸດ ສົ່ງຜົລ ໃຫ້ຍັງມີ ປະຊາຊົນ ທຸກຍາກ ແລະ ການພັທນາ ໃນດ້ານ ໂຄງສ້າງພື້ນຖານ ການສຶກສາ ແລະ ສາທາຣະນະສຸກ ຕ່າງໆ ຍັງບໍ່ສາມາດ ເຂົ້າໄປເຖິງ ປະຊາຊົນ ເຫລົ່ານັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.