ນໍ້າເຊເສັດແຫ້ງຍ້ອນ ການຕັດໄມ້

ກາຣລັກລອບ ຕັດໄມ້ ໃນເຂຕຍອດນໍ້າ ແລະ ແຄມແມ່ນໍ້າ ເປັນເຫຕໜຶ່ງ ທີ່ເຮັດໃຫ້ ແມ່ນໍ້າເຊເສັດ ແຫ້ງ.
ຫວາດ ສີມູນ
2010.04.30

ກາຣລັກລອບ ຕັດໄມ້ ຕາມເຂຕປ່າຍອດນ້ຳ ແລະຕາມແຄມ ແມ່ນ້ຳເຊເສດ ຕລອດມານັ້ນ ເປັນສາເຫຕສຳຄັນ ທີ່ເກິດມີກາຣ ບົກແຫ້ງ ທີ່ຍິ່ງເຮັດໃຫ້ ຣະດັບນ້ຳ ໃນແມ່ນ້ຳເຊເສັດ ຫລຸດລົງ ຢ່າງໜ້າເປັນຫ່ວງ ທີ່ທາງກາຣກ່ຽວ ຂ້ອງຄວນຈະເອົາ ໃຈໃສ່ ໃຫ້ຄວາມເບິ່ງແຍງ ແລະແນະ ນຳໃຫ້ປະຊາຊົນ ໄດ້ຍຸຕິກາຣ ຖາກຖາງ ຕັດໄມ້ທຳລາຍປ່າ ໃນທັນໃດ ຖ້າບໍ່ດັ່ງນັ້ນ ກໍອາຈຈະ ສ້າງຜົລສະທ້ອນ ໄປເຖິງໂຄງກາຣໆ ຜລິຕພລັງໄຟຟ້າ ຈາກແມ່ນ້ຳ ໃນຂົງເຂຕນຳດ້ວຍ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ປົກຄອງ ແຂວງຈຳປາສັກ ທ່ານໜຶ່ງໄດ້ກ່າວວ່າ:

“ດ໋ຽວມາເບິ່ງ ສະພາບເຊເສັດ ນີ້ເນາະ ເຊເສັດ ນີ້ກໍແມ່ນແຫລ່ງໜຶ່ງ ນີ້ແຫລະ ກໍແມ່ນສນອງນ້ຳ ໃຫ້ແກ່ເຂື່ອນ ໄຟຟ້າເຊເສັດ 2 ເຊເສັດ 1 ປັຈຈຸບັນມັນ ກໍຄ່ອຍບົກ ແຫ້ງລົງຍ້ອນຫຍັງ? ຍ້ອນວ່າ ພໍ່ແມ່ປະຊາຊົນພວກເຮົາຈຳນວນໜຶ່ງ ກະໄດ້ທຳກາຣ ຕັດໄມ້ທຳລາຍປ່າ ບໍ່ພຽງແຕ່ຢູ່ຫົວນ້ຳ ຢູ່ບັນດາແຄມແມ່ນ້ຳ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສະພາບ ຂອງພູເທວະດາ ເຂຕຍອດນ້ຳ ທີ່ສຳຄັນອັນໜຶ່ງ ຂອງແມ່ນ້ຳເຊເສັດ ຕົ້ນໄມ້ໃນຂົງເຂຕ ດັ່ງກ່າວຫລຸດຫນ້ອຍລົງ ຢ່າງຕໍ່ເນື່ອງ ແລະ ຢູ່ຕາມແຄມແມ່ນ້ຳ ກໍຖືກປະຊາຊົນ ຈຳນວນໜຶ່ງ ເຂົ້າບຸກຣຸກຕັດໄມ້ ຫລາຍຂຶ້ນເຊັ່ນກັນ ແລະ ກໍເປັນກາຣຍາກ ທີ່ຈະໃຫ້ ສາມາດແກ້ໄຂ ໄດ້ໃນໄວໆນີ້ ຍ້ອນຍັງຂາດ ກາຣເອົາໃຈໃສ່ ແລະໃຫ້ຄວາມ ຄຸ້ມຄອງ ຂອງ ທາງເຈົ້າໜ້າທີ່.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ ໃຫ້ຄຳເຫັນ ເນັ້ນອີກວ່າ ກາຣລັກລອບຕັດໄມ້ ດັ່ງກ່າວນອກຈາກ ເປັນກາຣສ້າງຄວາມ ເສັຽຫາຍທາງເສຖກິຈ ຈາກກາຣເກັບພາສີ ຣາຍໄດ້ ເຂົ້າຣັຖແລ້ວນັ້ນ ຍັງຈະສ້າງຄວາມ ເດືອດຮ້ອນໃຫ້ແກ່ ປະຊາຊົນນຳອີກ ຍ້ອນເຂື່ອນພລັງ ນ້ຳເຊເສັດ 2 ກໍອາຈຈະບໍ່ມີ ນ້ຳພຽງພໍສຳຫລັບ ກາຣຜລິຕ ກະແສໄຟຟ້າ ເພື່ອຕອບສນອງ ໃຫ້ປະຊາຊົນ ໃນເຂຕ 4 ແຂວງພາຄໃຕ້ ຊຶ່ງກໍຮວມທັງ ແຂວງສາຣະວັນ ຈຳປາສັກ ເຊກອງ ແລະ ແຂວງອັຕຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.