ປະຊາຊົນ 80% ມີນໍ້າສະອາດໃຊ້ ໃນສາຣະວັນ
2009.02.04
ແຂວງສາຣະວັນ ຖືກເປັນແຂວງ ທີ່ພວມມີການພັທນາ ເພື່ອຍົກຣະດັບ ຄຸນນະພາບ ຊີວິດ ການເປັນຢູ່ ຂອງຊາວບ້ານ ໃຫ້ດີຂຶ້ນ, ຊຶ່ງວຽກງານ ສນອງນໍ້າສະອາດ ໃຫ້ທົ່ວເຖິງ ເພື່ອບໍຣິການ ຊາວບ້ານ ແມ່ນວຽກງານ ທີ່ສໍາຄັນ ໃນແຂວງດັ່ງກ່າວ.
ກ່ຽວກັບ ເຣື້ອງນີ້ ດຣ. ສີທັດ, ຫົວໜ້າ ສູນອານາມັຍ ສິ່ງແວດລ້ອມ ແລະ ຈັດຫານໍ້າ ສະອາດ ປະຈໍາແຂວງສາຣະວັນ, ເປີດເຜີຍ ອັຕຣາການເຂົ້າ ເຖິງ ຣະບົບນໍ້າສະອາດ ຂອງຊາວບ້ານ ໃນປັດຈຸບັນ ວ່າ:
“ແຂວງສາຣະວັນ 80% ນີ້ ເຂົ້າເຖິງຣະບົບນໍ້າສະອາດແລ້ວ, ເຮົາກໍລັງໄປເຮັດ ສຸຂະສຶກສາ ວິທີປົກປັກຮັກສາ ຣະບົບນໍ້າສະອາດ ໄປເຮັດເຣື້ອງ ການສຶກສາ ໃຫ້ ກໍຖືວ່າ ກໍໄດ້ຍັບຢັ້ງ ດີຢູ່ ບໍ່ເຫັນພະຍາດ ຣະບາດຂຶ້ນ.”
ທ່ານ ຊີ້ແຈງເພີ້ມຕື່ມ ວ່າ ດ້ວຍຊ່ອຍເຫລືອ ເປັນຢ່າງດີ ຈາກພາຍນອກ ເຮັດໃຫ້ ປັດຈຸບັນນີ້ ທາງແຂວງ ສາມາດ ຈັດຕັ້ງ ຣະບົບນໍ້າປະປາ ທັງໃນເຂດໂຕເມືອງ ແລະ ຊົນນະບົດ, ຮວມທັງ ນໍ້າສ້າງບາດານ ໃຫ້ແກ່ ປະຊາຊົນ ທົ່ວແຂວງແລ້ວ, ຊຶ່ງຄິດເປັນສັດສ່ວນ ປະມານ 80% ຂອງຄວາມຮຽກຮ້ອງ ຕ້ອງການທັງໝົດ. ພ້ອມກັນນັ້ນ, ທາງການ ຍັງໄດ້ລົງເຄື່ອນໄຫວ ຝຶກອົບຮົມ ໃຫ້ຊາວບ້ານ ແຕ່ລະທ້ອງຖິ່ນ ຮູ້ຈັກ ການບໍຣິຫານ ຄຸ້ມຄອງ ຄຸນນະພາບນໍ້າ ໃນຊຸມຊົນ ຂອງຂະເຈົ້າ ໃຫ້ມີຄວາມສະອາດ ແລະ ປອດພັຍ ຕລອດເວລາ, ຊຶ່ງຜ່ານມາ ກໍຖືວ່າ ໄດ້ຜົນດີ ເພາະ ຍັງບໍ່ທັນມີຣາຍງານ ພະຍາດ ເຈັບເປັນ ເກີດຂຶ້ນ ຈາກການໃຊ້ນໍ້າ ທີ່ສະອາດ ຫລື ຖືກຕ້ອງ ແຕ່ຢ່າງໃດ.
ສ່ວນ ຊາວບ້ານ ທີ່ຍັງເຫລືອ 20 ສ່ວນຮ້ອຍ ທີ່ຍັງບໍ່ທັນ ເຂົ້າເຖິງຣະບົບນໍ້າສະອາດໄດ້ນັ້ນ, ດຣ. ສີທັດ ອະທິບາຍ ວ່າ:
“ມັນມີບັນຫາ ຫຍຸ້ງຍາກ ທີ່ສຸດ ໃນເຂດພູດອຍ, ຂະເຈົ້າ ອາໄສ ນໍ້າຫ້ວຍ, ນໍ້າບາດານ ພວກເຮົາ ກໍເຈາະໃຫ້ ແຕ່ບໍ່ທົ່ວເຖິງ, ມີອຸປະສັກ ທາງດ້ານເຄື່ອງຂຸດເຈາະ ບໍ່ພຽງພໍ ສອງມາ ຂາດເຂີນ ປັ້ມນໍ້າ ແບບໂຍກມື.”
ທ່ານ ກ່າວຕື່ມວ່າ ໃນເວລານີ້ ທາງແຂວງ ພະຍາຍາມ ສືບຕໍ່ ຫາທຶນຊ່ອຍເຫລືອ ເພື່ອລົງສນອງ ນໍ້າສະອາດ ປະເພດນໍ້າບາດານ ໃນເຂດຊົນນະບົດ ພູດອຍ ຕໍ່ໄປ.