ການດູດ ຊາຍ ໃນນໍ້າຂອງ ສົ່ງຜົນກະທົບ ສິ່ງແວດລ້ອມ

ການດູດ ແຮ່-ຊາຍ ໃນລຳແມ່ນ້ຳຂອງ ສົ່ງຜົນກະທົບ ໃສ່ສະພາບແວດລ້ອມ, ລະບົບນິເວດ ແລະ ການດຳລົງຊີວິດ ຂອງປະຊາຊົນ ຜູ້ອາໃສຢູ່ຕາມ 2 ແຄມແມ່ນ້ຳຂອງ ນັບມື້ນັບໜັກນ່ວງ.
ຈໍາປາທອງ ຣາຍງານ
2009.01.26
FT-Sand sucking ການດູດຊາຍ ໃນແມ່ນໍ້າຂອງ
RFA

ການດູດ ແຮ່-ຊາຍ ໃນລຳແມ່ນ້ຳຂອງ ກາຍເປັນທຸຣະກິດນຶ່ງ ທີ່ເຮັດໃຫ້ ເກີດມີຜົນກະທົບ ຕໍ່ສະພາບແວດລ້ອມ ເຊັ່ນ ທຳລາຍ ທີ່ຢູ່ອາໃສຂອງສັດນ້ຳ ເປັນຕົ້ນ ແມ່ນປານ້ຳຂອງ. ​ເຮັດໃຫ້ ຣະບົບນິເວດ ມີການປ່ຽນແປງ ເຊັ່ນ ເຮັດໃຫ້ສາຍນ້ຳຂຸ່ນ,​ ຕື້ນຂື້ນ. ​ເຮັດໃຫ້ແຮ່-ຊາຍ ໄປກະທົບໃສ່ເວີນວັງ ທີ່ເປັນບ່ອນຢູ່ ອາໃສ ແລະ ບ່ອນຂະຫຍາຍພັນ ຂອງຝູງປາທັງຫລາຍ ແລະຖ້າຫາກວ່າ ແຫລ່ງສຳປະທານ ດູດແຮ່-ຊາຍນັ້ນ ຫາກຢູ່​ໃກ້ຊຸມຊົນ ຫລື ແປວນ້ຳ ທຳມາຫາກິນ ກໍຍິ່ງສ້າງຜົນກະທົບ ໃຫ້ປະຊາຊົນ ທີ່ຢູ່ ສອງຟາກຝັ່ງແມ່ນ້ຳຂອງນັ້ນ - ຕາມການເປີດເຜີຍ ຂອງນັກວິຊາການ ຂອງຫ້ອງການຊັບພະຍາກອນ ແຫລ່ງນ້ຳຂອງລາວ ທ່ານນຶ່ງ ຕໍ່ສື່ມວນຊົນທ້ອງ​​ຖິ່ນ ເມືອສັບປະດາ ທີ່ຜ່ານມາ.

ແລະຈາກຂໍ້ມູນ ຂອງຫ້ອງການຊັບພະຍາກອນແຫລາງນ້ຳ ແລະ ສິ່ງແວດລ້ອມ ບອກໃຫ້ຮູ້ຕື່ມອີກວ່າ ຈາກການກວດກາ ແລະ ການປະເມີນຜົນ ໃນທຸກໆໂຄງການ ພໍສະຫລຸບໄດ້ວ່າ ການດູດແຮ່-ຊາຍ ໃນລຳແມ່ນ້ຳຂອງນັ້ນ ມີທັງອັນດີ ແລະອັນບໍ່ດີ.

ແຕ່ຖ້າຫາກວ່າ ແຫລ່ງສຳປະທານ ດູດແຮ່-ຊາຍນັ້ນ ຢູ່​ໃກ້ຊຸມຊົນ ເກີນໄປ ແມ່ນມີທັງຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ຫລາຍກວ່າ, ​ເຮັດໃຫ້ນ້ຳພັດເຊາະ ເຈາະໃຫ້ າຝັ່ງເຈື່ອນ ເພພັງ, ​ແມ່ນ້ຳຂອງບາງແຫ່ງ ເຖິງຍາມແລ້ງ ກໍຕື້ນເຂີນ ຈົນສາມາດ ຍ່າງຂ້າມໄປ-ມາໄດ້. ​ຢູ່ຫລາຍບ່ອນ ກໍມີ ດອນຫາດຊາຍ ເລັກໆນ້ອຍໆ ປາກົດຂື້ນ ຊຶ່ງ​​ເຮັດໃຫ້ເກີດ ຜົນກະທົບ ຫລາຍຢ່າງ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ທີ່ອາໃສຢູ່ຕາແຄມຝັ່ງແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.