ສວັນນະເຂດ ເສັ້ນທາງຜ່ານໂຮຈິມິນ
2010.03.19
ຕາມສະຖິຕິລ້າສຸດ ຂອງອົງການ ເກັບກູ້ລະເບີດ ແຫ່ງສປປລາວ ເຫັນວ່າແຂວງ ສວັນນະເຂດ ເປັນແຂວງທີ່ມີລະເບີດ ທີ່ຍັງບໍ່ທັນແຕກ ແຕ່ປາງສົງຄາມ ວຽດນາມ ຕົກຄ້າງຢູ່ ຢ່າງຫລວງຫລາຍ ໂດຍສະເພາະ ໃນເຂດພູດອຍ ເຂດທີ່ຍັງມີ ປ່າໄມ້ປົກຄຸມ. ດັ່ງທ່ານ ບຸນປອນ ໄຊຍະເສນ ຜູ້ອຳນວຍການ ໂຄງການ ເກັບກູ້ລະເບີດແຫ່ງ ສປປລາວ ເວົ້າວ່າ:
"ຕາມການເກັບກຳຂໍ້ມູນ ຂອງພວກເຮົາ ໄດ້ຈັດວ່າໜັກໜ່ວງ ເປັນແຂວງ ສວັນນະເຂດ ຕໍ່ມາລະດັບສອງ ຊຽງຂວງ ແຕ່ໂຕນີ້ຈະເປັນ ບອມໃຫຍ່ຫລາຍກວ່າ ໂຕນີ້ມັນເປັນ ທົ່ງພຽງ ຈະບໍ່ມີປ່າ".
ທ່ານເວົ້າຕື່ມວ່າ ນອກຈາກສອງແຂວງ ສວັນນະເຂດ ແລະຊຽງຂວງ ທີ່ມີລູກລະເບີດ ຖິ້ມຢູ່ຕາມພື້ນດິນ ຫລາຍກວ່າບ່ອນອື່ນແລ້ວ ທາງພາກເໜືອ ແຂວງຫົວພັນ ຫລວງພຣະບາງ, ແຂວງພາກໃຕ້ ເຊກອງ ແລະສາຣະວັນ ກໍຍັງມີບັນຫາ ເຣື້ອງລູກລະເບີດ ທີ່ຍັງຕົກຄ້າງຢູ່ ໃນດິນອີກ ເຊັ່ນດຽວກັນ.
ເຖິງວ່າ ໃນປັດຈຸບັນນີ້ ຈະມີອົງການ ເອກກະຊົນສາກົນ ເຂົ້າມາຊ່ອຍ ໃນການເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ແຕ່ລູກລະເບີດ ທີ່ຍັງເຫລືອຢູ່ ກໍຍັງບໍ່ໄດ້ຫລຸດລົງ ເທົ່າທີ່ຄວນ. ທ່ານບຸນປອນ ເວົ້າວ່າ:
"ບໍ່ມີທາງໝົດໄປ ບໍ່ຮອດ 2% 100 ປີກໍບໍ່ໝົດ ເພາະສະນັ້ນພວກເຮົາ ເກັບຕາມແຜນທີ່ ວ່າເກັບແລ້ວ ຈະຕ້ອງໄດ້ໃຊ້ພື້ນທີ່ ຄັນບໍ່ໃຊ້ເທື່ອ ພວກເຮົາບໍ່ເກັບ ເນື່ອງຈາກວ່າກຳລັງ ຂອງພວກເຮົາມັນບໍ່ພໍ".
ທ່ານບຸນປອນ ເວົ້າສລຸບວ່າ ວຽກການຂອງອົງການ ເກັບກູ້ລະເບີດແຫ່ງ ສປປລາວນັ້ນ ແມ່ນຈະເກັບສະເພາະ ບໍລິເວນທີ່ຈະ ພັທນາ ເຊັ່ນປຸກສ້າງໂຮງຮຽນ ໂຮງໝໍ ຫລືບໍລິເວນທີ່ ເກີດອຸບັດຕິເຫດເທົ່ານັ້ນ ເພາະງົປມານ ແລະ ພນັກງານບໍ່ມີ ພຽງພໍ.