ອາກາດເສັຽຈາກ ໂຮງງານເຕົາໂລ້
2009.03.30
ກະແສຂ່າວທ້ອງຖິ່ນ ລາຍງານວ່າ ເນື່ອງຈາກວ່າ ໂຮງງານຜລິດ ຫລືວ່າ ໂຮງງານເຜົາ ເຕົາໂລ້ ຫລື ເຕົາດັງໄຟ 3 ແຫ່ງ ຢູ່ທີ່ ບ້ານດອນຕິ້ວ ເມືອງໄຊທານີ ກຳແພງ ນະຄອນ ຫລວງວຽງຈັນ ຂອງລາວ ກໍ່ໃຫ້ມີ ມົນລະພິດ ທີ່ສ້າງຄວາມ ເດືອດຮ້ອນໃຫ້ແກ່ ປະຊາຊົນ ໃນບ້ານ ຊຶ່ງມີຢູ່ ຫລາຍກວ່າ 100 ຄອບຄົວ, ດັ່ງນັ້ນ ປະຊາຊົນ ຈຶ່ງຕ້ອງການ ຢາກໃຫ້ໜ່ວຍງານ ທີ່ກ່ຽວຂ້ອງຂອງ ຣັຖບານ ສ.ປ.ປ.ລາວ ລົງໄປຕິດຕາມ ກວດກາໂຮງງານ 3 ແຫ່ງທີ່ວ່ານັ້ນ.
ນາຍບ້ານ ບ້ານດອນຕິ້ວ ບອກໃຫ້ຮູ້ວ່າ ໂຮງງານທັງ 3 ແຫ່ງນີ້ ສ້າງຜົນກະທົບ ອັນບໍ່ດີ ໃຫ້ປະຊາຊົນ ບໍ່ໜ້ອຍຄື ປ່ອຍຄວັນ ທີ່ມີກິ່ນຂິວ ອອກມາ ຈາກການຈູດແກບ.
ທ່ານວ່າ ທີ່ຜ່ານມາ ທາງອຳນາດ ການປົກຄອງບ້ານ ແລະອຳນາດການ ປົກຄອງເມືອງ ກໍເຄີຍໄດ້ໄປ ຕັກເຕືອນ ເຈົ້າຂອງໂຮງງານ ນັ້ນຫລາຍຄັ້ງແລ້ວ ເພື່ອໃຫ້ຢຸດ ເຊົາການຜລິດ ແຕ່ພວກເຂົາເຈົ້າ ຍັງບໍ່ຍອມ ປະຕິບັດຕາມ ແລະຍັງສືບ ຕໍ່ການຜລິດ ຢູ່ຄືເກົ່າ.
ພ້ອມກັນນັ້ນ ນາຍບ້ານ ຍັງເຜີຍໃຫ້ຮູ້ ອີກວ່າ ໂຮງງານທັງ 3 ແຫ່ງນີ້ ບໍ່ໄດ້ຮັບ ອະນຸຍາດຈາກ ອຳນາດການ ປົກຄອງບ້ານ ແລະເມືອງ ໃນການຜລິດ ແຕ່ຢ່າງໃດເລີຍ.ສ່ວນວ່າ ປະຊາຊົນ ທ້ອງຖິ່ນນັ້ນມີ ຫລາຍຄົນ ພາກັນຈົ່ມວ່າ ເວລາໂຮງງານ ດຳເນີນການຜລິດ ຈະມີຄວັນ ແລະກິ່ນຂິວ ອອກມາຢ່າງແຮງ ແລະແຜ່ລາມ ໄປທົ່ວບໍລິ ເວນບ້ານ ອັນເຮັດໃຫ້ ພວກເດັກນ້ອຍແລະ ຜູ້ມີອາຍຸສູງ ໄດ້ຮັບຜົນ ກະທົບຈາກ ມົນລະພິດນັ້ນ ຢ່າງຮ້າຍແຮງ. ເດັກນ້ອຍຫລາຍຄົນ ໃນບ້ານນັ້ນ ເກີດມີອາການ ເປັນໄອ ແລະ ຜູ້ເຖົ້າຫລາຍຄົນ ເກີດອາການ ວິ່ນວຽນ ຢູ່ເປັນປະຈຳ.
ຕໍ່ບັນຫາ ດັ່ງກ່າວ ຈົນມາເຖິງ ປັດຈຸບັນນີ້ ທາງອຳນາດ ການປົກຄອງບ້ານ ແລະປະຊາຊົນ ໃນບ້ານນັ້ນ ກໍຍັງພາກັນ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງ ການລາວ ຊ່ວຍແກ້ໄຂຢ່າງ ຮີບດ່ວນ ເພື່ອຜົລປໂຍດ ທາງດ້ານ ສຸຂພາບ ຂອງຊາວບ້ານນັ້ນ.