ຢາງພາຣາ ທໍາລາຍ ດິນ ແລະ ສະພາບແວດລ້ອມ
2008.12.04
ເຈົ້າໜ້າທີ່ ກ່ຽວຂ້ອງ ສະພາບແວດລ້ອມ ຈາກແຂວງຜົ້ງສາລີ ເວົ້າວ່າ ນັບແຕ່ ທາງແຂວງ ໄດ້ ອະນຸມັດ ໃຫ້ສັມປະທານ ດ້ານການປູກຢາງພາຣາ ແກ່ນັກລົງທຶນ ຕ່າງປະເທດໄປ ຢ່າງຫລວງຫລາຍ ແລ້ວນັ້ນ ພົບວ່າ ປັດຈຸບັນນີ້ ການປູກຢາງພາຣາ ໄດ້ສົ່ງຜົນກະທົບ ໃຫ້ກັບດິນ ແລະ ສະພາບແວດລ້ອມ ທົ່ວໄປ ດັ່ງນາງ ເວົ້າວ່າ:
“ບໍ່ຫລາຍປານໃດ ແຕ່ວ່າ ກໍາລັງເນ໋າະ ເພື່ອວ່າ ບໍ່ຢາກໃຫ້ມັນໝົດຫັ້ນ ຈຶ່ງຂໍໃຫ້ ຊ່ຽວຊານ ຊ່ອຍ ແຂວງຜົ້ງສາລີ ແຕ່ກ່ອນ ເປັນແຂວງ ທີ່ອຸດົມສົມບູນ ໄປດ້ວຍ ຊັບພະຍາກອນ ທັມມະຊາດ ປັດຈຸບັນ ຖືກທໍາລາຍ ແດ່ນ້ອຍນຶ່ງ ຈາກການສົ່ງເສີມ ປູກຢາງ ພາຣາ.”
ການຕັດໄມ້ ຖາງປ່າ ເພື່ອປູກຢາງພາຣາ ເຮັດໃຫ້ ສະພາບແວດລ້ອມ ເຊື່ອມລົງ ນອກຈາກນີ້ ປະຊາຊົນ ທີ່ ເຂົ້າໄປຮັບຈ້າງ ຫລື ເຮັດສວນເອງ ທີ່ບໍ່ມີຄວາມຮູ້ ບາງສ່ວນ ກໍບຸກລຸກ ປ່າສງວນ ເພື່ອຕັດໄມ້ ຖາງປ່າ ປູກຢາງ ສົ່ງຜົນກະທົບ ໃຫ້ສະພາບແວດລ້ອມ ແລະ ກໍ່ໃຫ້ເກີດ ການທໍາລາຍ ຊັ້ນດິນ.
ໃນຂະນະທີ່ ການປູກຢາງພາຣາ ກໍາລັງ ຂະຫຍາຍ ອອກໄປ ຢ່າງກວ້າງຂວາງ ກໍເຮັດໃຫ້ ເກີດຄວາມ ຫ່ວງໃຍ ຕໍ່ສະພາບແວດລ້ອມ ເພາະທາງການ ໄດ້ພົບວ່າ ການຂະຫຍາຍ ພື້ນທີ່ ເພາະປູກ ບາງບ່ອນ ໄດ້ ບຸກລຸກ ເຂົ້າໄປ ໃນເຂດ ປ່າສງວນ ແຫ່ງຊາດ ຈຶ່ງຢາກ ຂໍຄວາມຮ່ວມມື ຈາກຫລາຍຝ່າຍ ເພື່ອຫາທາງແກ້ໄຂ, ດັ່ງເຈົ້າໜ້າທີ່ ເວົ້າອີກວ່າ:
“ແບບວ່າ ການຮັກສາສິ່ງ ແວດລ້ອມ ມັນບໍ່ໄດ້ດີ ເທົ່າທີ່ຄວນ ພະຍະຍາມ ວ່າ ຈະອອກແຜນ ປົກປັກຮັກສາ ສິ່ງແວດລ້ອມ ເພື່ອບໍ່ຢາກ ໃຫ້ມັນໝົດຫັ້ນ.”
ຫລາຍໆ ອົງການ ໂດຍສະເພາະ ດ້ານອະນຸລັກ ສະພາບແວດລ້ອມ ເຫັນວ່າ ການສົ່ງເສີມ ສນັບສນູນ ໃຫ້ປູກພືດ ຊນິດດຽວ ຄື ຢາງພາຣາ ນອກຈາກ ຈະສ້າງບັນຫາ ໃຫ້ກັບສິ່ງແວດລ້ອມແລ້ວ ຍັງທໍາລາຍ ຄວາມອຸດົມສົມບູນ ຂອງດິນ ທີ່ຢູ່ອ້ອມແອ້ມອີກ.