ບໍລິສັດ ຢາສູບ ຂອງຈີນ ສົ່ງກິ່ນເໝັນ

ບໍລິສັດ ຢາສູບຈີນ ຢູ່ແຂວງ ສວັນນະເຂດ ທີ່ສົ່ງ ກິ່ນເໝັນ ຊຶ່ງທາງການໄດ້ສັ່ງໃຫ້ ແກ້ໄຂ ຈະຖືກນຳເອົາຂື້ນມາ ພິດຈາຣະນາ ອີກໃໝ່
ໂພໄຊສວັດ
2009.03.10

ຫລັງຈາກທີ່ ທາງການ ແຂວງ ສວັນນະເຂດ ໄດ້ຈັດ ກອງປະຊຸມ ແລະມີ ມະຕິສັ່ງໃຫ້ ໂຮງງານຢາສູບ ຈາກຈີນ ທີ່ສົ່ງກິ່ນເໝັນ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ທ້ອງຖິ່ນ ດັດແປງແກ້ໄຂ ໂດຍການຍ້າຍ ບ່ອນເກັບຮັກສາ ໃບຢາ ຢູ່ນອກເມືອງ ບາດນີ້ ຈຳເປັນຕ້ອງ ມີການ ພິຈາຣະນາ ໃໝ່ອີກ.

ທ່ານ ໜູຄຳ ອຸພະໄຊ ຫົວໜ້າຫ້ອງການ ສິ່ງແວດລ້ອມ ແຂວງ ສວັນນະເຂດ ໄດ້ອະທິບາຍວ່າ: ເຂົາຈະ ພິຈາຣະນາ ໃໝ່ອີກ ແລ້ວກໍຟັງ ຮວບຮວມຂໍ້ມູນ ປະຈຳເດືອນ ຊິມີ ແນວໃດອີກ ເຂົາຊິມີ ຄວາມຄິດ ຄວາມເຫັນແນວໃດ ຄັນເຂົາວ່າ ຍັງພໍທົນໄດ້ ກໍໂຈະໄປກ່ອນ ໃຫ້ດຳເນີນ ການຜລິດຕໍ່ໄປ ຊິເວົ້າ ວິທີແກ້ໄຂ ແຕ່ເຣື້ອງດຽວ ທີ່ຈະ ເອົາສາງຢາ ໄປຢູ່ນອກເມືອງ.

ເຖິງຢ່າງໃດ ກໍຕາມ ເຖິງວ່າ ທາງໂຮງງານ ຜລິດຢາສູບ ຈະປະ ຕິບັດຕາມ ການຕົກລົງ ໃນກອງປະຊຸມ ໂດຍການ ຍ້າຍບ່ອນເກັບ ຮັກສາໃບຢາ ຢູ່ນອກເມືອງ ໄກອອກ ໄປ ປະມານ 10 ກິໂລແມດ ແລະ ໃຫ້ນຳເອົາຢາ ທີ່ຈະຜລິດ ເຂົ້າມາໄດ້ ແຕ່ໃນຕອນ ກາງຄືນ ແຕ່ບັນຫາ ການສົ່ງກິ່ນເໝັນ ກໍຍັງບໍ່ ສາມາດແກ້ໄຂ ໃຫ້ໝົດໄປໄດ້.

ທ່ານ ໜູຄຳ ໄດ້ເວົ້າເຖິງ ສະຖານະການ ໃນປັດຈຸບັນວ່າ: ມີຢູ່ ບາງຄົນກໍ ເວົ້າວ່າ ຍັງມີຢູ່ແຕ່ ບໍ່ທັນຮ້າຍແຮງ ແລະ ມັນກໍມີ ຂະບວນການ ມີຫາງສຽງ ຊິຟ້ອງຮ້ອງ ພວກເຂົາ ກໍບໍ່ທັນໄດ້ ເວົ້າແນວໃດ ທີ່ຈະຕິດ ຕາມເບິ່ງ ແຕ່ວ່າ ປະຊາຊົນ ບ່ອນຮອບຂ້າງນັ້ນ ທົນໄດ້ບໍ່ ເຂົາກໍບໍ່ທົນໄດ້ ກໍໃຫ້ເຂົາສເນີ ຄຳຮ້ອງອີກ.

ບັນຫາການສົ່ງ ກິ່ນເໝັນ ຂອງໂຮງງານ ຢາສູບຈີນ ໃນແຂວງ ສວັນນະເຂດ ຍັງບໍ່ທັນແກ້ ໄຂໃຫ້ຕົກແຕກ ເທື່ອ ຄົງຕ້ອງໃຊ້ ເວລາອີກຈັກ ລະຍະນຶ່ງ ເພື່ອສັງເກດ ການແກ້ໄຂຂອງ ທາງ ບໍລິສັດ ແລະ ຄວາມເດືອດຮ້ອນ ຂອງຊາວບ້ານ ທ້ອງຖິ່ນ ແມ່ນແຕ່ທາງ ການກ່ຽວຂ້ອງ ກໍຍັງຕ້ອງ ໄດ້ລໍຖ້າ ຜົນຂອງການ ພິຈາຣະນາ ແລະລາຍງານ ປະຈຳ ເດືອນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.