ຊາວບ້ານ ລົງຫາປາ ໃນໜອງຫານ
2009.06.22
ປະຊາຊົນ ເຂດບ້ານນາທາມ ເມືອງປາກງຶ່ມ ນະຄອນຫລວງ ວຽງຈັນເລີ້ມລົງ ຫາຢູ່ຫາກິນ ໃນໜອງຫານ ຄືນອີກຫລັງ ເຫດການນໍ້າເປື້ອນ ຈາກໂຮງງານ ມັນຕົ້ນລາວ -Indochina ໄຫລລົງໜອງ ດັ່ງກ່າວຜ່ານມາ ຄົບນຶ່ງເດືອນ ຖ້າມກາງສະພາບ ດິນຟ້າອາກາດ ຝົນຕົກຫລາຍ. ສະພາບ ນໍ້າ ໃນໜອງຫານ ເລີ່ມໃສແລະ ບໍ່ປາກົດ ມີປາຕາຍ ເຮັດໃຫ້ຊາວບ້ານ ຫລາຍຄົນເຊື່ອວ່າ ສະພາບການ ກັບຄືນສູ່ ປົກກະຕິແລ້ວ ພວກເຂົາເຈົ້າຈຶ່ງ ພາກັນລົງຫາປາ ໃນໜອງມາກິນ ໂດຍບໍ່ລໍຖ້າ ຜົລວິໃຈຈາກ ທາງການ ກ່ຽວຂ້ອງເລີຍ. ຊາວບ້ານທ່ານນຶ່ງ ເວົ້າວ່າ:
"ດຽວນີ້ ກະຟ້າລົມ ຝົນຕົກມາ ນໍ້າມັນກໍຂຶ້ນ ຫລາຍເຮັດໃຫ້ ນໍ້າຈືດນໍ້າຈາງ ກໍເລີຍພາກັນ ກິນເນາະ ບໍ່ມີຜູ້ໃດ ບອກກິນກໍກິນ ເທື່ອລະເລັກລະນ້ອຍ ຫັ້ນລະ ຫາກກິນ ສຸກ ບໍ່ໄດ້ກິນດິບ ຄືຂ້າພະເຈົ້າ ກໍໄດ້ໄປຫາ ຄູ່ມື້ ເຮັດຢູ່ເຮັດກິນ ລອງເບິ່ງສິເປັນ ຈັ່ງໃດບໍ່ກິນປາ ມານີ້ກໍດົນ ແລ້ວເປັນເດືອນ."
ທາງພາກສ່ວນ ກ່ຽວຂ້ອງ ໄດ້ເອົາຊິ້ນສ່ວນ ປາຕາຍຈາກ ເຫດການ ດັ່ງກ່າວໄປກວດ ຊຶ່ງກໍຄົບຮອບ ນຶ່ງເດືອນເມື່ອ ວັນທີ21 ມິຖຸນາ ນີ້ແຕ່ກໍຍັງ ບໍ່ມີປະກາດໃດໆ ກ່ຽວກັບຜົນຫລື ສະພາບນໍ້າໃນ ໜອງນັ້ນເທື່ອ. ຊາວບ້ານທີ່ເຄີຍ ຫາຢູ່ຫາກິນ ໃນເຂດດັ່ງກ່າວ ກໍບໍ່ສາມາດ ລໍຖ້າຕໍ່ໄປ ໄດ້ອີກເພາະ ເຂົາເຈົ້າເດືອດຮ້ອນ ບໍ່ມີປາກິນ ມາດົນແລ້ວ ຈຶ່ງພາກັນລົງ ຫາປາ ຊຶ່ງຖ້າຫາໄດ້ ກໍຈະນໍາໄປ ປຸງແຕ່ງໃຫ້ ສຸກດີເສັຽກ່ອນ ຈຶ່ງກິນເພື່ອຄວາມ ປອດໄພ ແລະກັນພະຍາດ.
ທາງພາກສ່ວນ ທີ່ກ່ຽວຂ້ອງ ກໍພວມເລັ່ງລັດ ຫາຂໍ້ສະຫລຸບ ກ່ຽວກັບເຫດການ ທີ່ໄດ້ເກີດຂຶ້ນ ເພາະທີ່ຜ່ານມາ ບໍ່ເຄີຍປາກົດ ມີມາກ່ອນ ອັນເຮັດໃຫ້ບໍ່ ສາມາດຢືນຢັນ ໄດ້ເທື່ອວ່າ ຜົນສະທ້ອນ ທີ່ເກີດຂຶ້ນນັ້ນ ຈະສ້າງຄວາມ ເສັຽຫາຍ ໜ້ອຍຫລາຍເທົ່າໃດ.
ສ່ວນເລື້ອງການ ປັບປຸງ ແລະທົດແທນຄ່າ ເສັຽຫາຍ ຈາກໂຮງງານທີ່ ເປັນຕົ້ນເຫດນັ້ນ ກໍຕ້ອງໄດ້ ຫາລືກັນເຖິງ ມາຕການແກ້ໃຂ ໃຫ້ຈະແຈ້ງແລະ ຍັ່ງຍືນໃຫ້ແກ່ ປະຊາຊົນ ໃນເຂດດັ່ງກ່າວ ເພື່ອບໍ່ໃຫ້ ເຫດການລັກສະນະ ນີ້ເກີດຂຶ້ນ ໄດ້ອີກ ໃນຂັ້ນຕໍ່ໄປ.