ນໍ້າເສັຽ ໃນເຂດກາຊີໂນຂອງຈີນ
2010.08.02
ທາງການແຂວງ ຫຼວງນໍ້າທາ ບໍໍ່ສາມາດ ເຂົ້າໄປ ກວດສອບວ່າ ມີການຕັ້ງ ລະບົບບໍາບັດ ນໍ້າໂສໂຄກ ໃນເຂດ ກາຊີໂນ ບໍ່ເຕັນ ແຂວງນໍ້າທາ ແທ້ຫລືບໍ່ ເພາະວ່າເຂດ ດັ່ງກ່າວ ບໍ່ໄດ້ຢູ່ ພາຍໃຕ້ຄວາມ ຮັບຜິດຊອບ ຂອງ ຣັຖບານ ດັ່ງເຈົ້າໜ້າທີ່ ປະຈໍາແຂວງ ໄດ້ກ່າວ:
"ມັນກໍບໍ່ແມ່ນ ຢູ່ໃນ ຕາຕະຣາງ ການກວດກາ ຂອງພວກເຣົາ ມັນຈະຢູ່ ກັບຂັ້ນ ຣັຖບານ ພຸ້ນນະ. ເຂົາເຈົ້າ ຈະມາກວດ ມາຫຍັງ ແຕ່ລະຄັ້ງ ແຕ່ວ່າເຂົາ ຈະມີການ ກວດກາຄືແນວ ໃດກໍບໍ່ຮູ້ ກໍທາງນີ້ ບໍ່ສາມາດ ປະເມີນໄດ້ ເພາະວ່າ ທັງໝົດມັນ ຂື້ນກັບ ສູນກາງເນາະ ມີແຕ່ທາງ ທິມງານ ຂອງສູນກາງ ເຂົາເຈົ້າກໍ ຕິດຕາມ ກວດກາ
ຢູ່ ແຕ່ເຂົາເຈົ້າ ກໍບໍ່ທັນ ແຈ້ງມາທາງ ທ້ອງຖິ່ນວ່າ ຈະມີການ ຮ່ວມມືກັນ ຢ່າງໃດ".
ໃນລະຍະ ຫລາຍປີມານີ້ ເຂດພິເສດ ທີ່ ຣັຖບານ ລາວ ໄດ້ໃຫ້ສໍາປະທານ ແກ່ນັກລົງທືນ ຈີນ ໃນເມືອງບໍ່ເຕັນ ແຂວງຫລວງນໍ້າທາ ອັນປະກອບ ດ້ວຍ ກາຊີໂນ ຮ້ານຄ້າຂາຍ ຮ້ານອາຫານ ໂຮງແຮມ ແລະ ທຸຣະກິດ ການບໍຣິການ ອື່ນໆ ສໍາລັບຊາວຈີນ ໄດ້ປ່ອຍນໍ້າ ໂສໂຄກ ແລະ ຖອກເທຂີ້ເຫຍື້ອ ລົງສູ່ຫ້ວຍຮ່ອງ ແລະແມ່ນໍ້າ ໂດຍບໍ່ມີ ການບໍາບັດ. ປະຊາຊົນ ທີ່ອາໄສຢູ່ ຕາມລໍານໍ້າເຊ ຕອນລຸ່ມໄດ້ ຮັບຄວາມ ເດືອດຮ້ອນ ແຕ່ເທົ່າປານນີ້ ຣັຖບານ ກໍຍັງບໍ່ ສາມາດ ແກ້ໄຂໄດ້.
ໃນປີຜ່ານມາ ໜັງສືພິມ ວຽງຈັນທາມສ໌ ເຄີຽລາຍງານ ວ່າປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ໄດ້ສົ່ງຈົດໝາຍ ຮ້ອງທຸກ ຜ່ານສະພາ ແຫ່ງຊາດ ຮຽກຮ້ອງໃຫ້ ຣັຖບານ ແກ້ໄຂ ບັນຫານີ້.