ຫຼາຍແຂວງໃນລາວ ອາຈເກີດນໍ້າຖ້ວມ

ຫລາຍແຂວງ ຢູ່ໃນສປປລາວ ອາຈເກີດ ນໍ້າຖ້ວມ ໃນຣະດູຝົນ ປີນີ້
ສົມເນ
2010.08.03

ໃນລະຍະນີ້ ປາກົດວ່າ ມີຝົນຕົກ ໜັກຕິດຕໍ່ ກັນຫລາຍວັນ ຢູ່ຫລາຍແຂວງ ໃນລາວ. ບາງແຂວງ ມີຝົນຕົກ ທົ່ວໄປຕລອດ ໂດຍສະເພາະ ບ້ານເມືອງທີ່ ຢູ່ຕາມແຄມຂອງ ແລະ ບາງແຂວງ ມີຝົນຕົກ ເປັນບາງບ່ອນ. ທາງການລາວ ໄດ້ປ່າວເຕືອນ ໄປທົ່ວ ປະເທດ ໃຫ້ກະຕຣຽມ ເພື່ອປ້ອງກັນ ໄພນໍ້າຖ້ວມ ທີ່ອາຈເກີດ ຂື້ນໄດ້ ຕອດເວລາ. ທ້າວແສງ ແກ້ວຄໍາດີ ໃນແຂວງວຽງຈັນ ເວົ້າວ່າ:

"ເອີ້ ມັນຝົນຕົກ ຢູ່ 2-3 ມື້ແລ້ວ ບໍ່ໄດ້ເຫັນ ຕະເວັນ 3 ມື້ແລ້ວ ມືດໝົດເລີຽ ນໍ້າຂື້ນ ແຕ່ ບໍ່ທັນຖ້ວມ ແບບວ່າ ນໍ້າຢູ່ໃນຫ້ວຍ ນໍ້າຫຍັງກໍ ເຕັມໝົດເລີຽ ແລະ ກໍມັນຝົນ ຕົກມາ ກໍນໍ້າໄຫລມາ ແຕ່ທາງເໜືອ ກໍອັ່ງມາ ທາງໃຕ້ໝົດ ນໍ້າບໍ່ທັນຖ້ວມ ແຕ່ນໍ້າຂື້ນແຮງ".

ກົມອຸຕຸນິຍົມ ວິທຍາ ແລະພາກສ່ວນ ກ່ຽວຂ້ອງ ຈາກກະຊວງ ປ້ອງກັນຄວາມ ສງົບພາຍໃນ ໄດ້ຮຽກຮ້ອງ ໄປຍັງເຈົ້າ ໜ້າທີ່ກ່ຽວຂ້ອງ ໃນທຸກແຂວງ ໃຫ້ໄປກວດເບິ່ງ ບ້ານເຮືອນ ປະຊາຊົນ ແລະເມືອງຕ່າງໆ ທີ່ມີຄວາມສ່ຽງ ຖືກນໍ້າຖ້ວມ ຍ້ອນຝົນຕົກໜັກ ໃນລະຍະ ເດືອນສິງຫາ ໄປຫາ ເດືອນຕຸລາ ຊື່ງເປັນຍາມ ທີ່ມີຝົນຕົກ ໜັກທີ່ສຸດ. ແຂວງທີ່ມີ ຄວາມສ່ຽງ ແມ່ນແຂວງທີ່ ຕິດກັບ ແຄມຂອງ ບ່ອນທີ່ ມີພື້ນທີ່ຕໍ່າ ແລະ ເຂດບ້ານເຮືອນ ທີ່ຕັ້ງຢູ່ໃກ້ ສາຂາ ແມ່ນໍ້າຕ່າງໆ.

ກົມອຸຕຸນິຍົມ ວິທຍາ ອອກຂ່າວວ່າ ໃນລະຫ່ວາງ ວັນທີ 3 ຫາ ວັນທີ 8 ສິງຫານີ້ ຈະມີຝົນຕົກ ຕັ້ງແຕ່ລະດັບ ຄ່ອຍໆ ຫາປານກາງ ບາງແຂວງມີຝົນ ຕົກຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບ ອິດທິພົນ ຈາກພະຍຸ ມໍຣະສຸມ ຈາກພາກ ຕະເວັນອອກ ທີ່ພັດຈາກ ປະເທດຈີນ ຜ່ານມາ ທາງວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.