ທາງການລາວຕ້ອງການ ຍຸຕິການຖາງປ່າ
2010.04.16
ທາງການລາວ ຍັງບໍ່ສາມາດ ປິດປ່າໄດ້ ທົ່ວປະເທດ ເຖິງວ່າຈະມີ ກົດໝາຍ ວ່າດ້ວຍການ ປິດປ່າ ແລ້ວກໍຕາມ ຍ້ອນວ່າປະຊາຊົນ ມີການປ່ຽນ ອາຊີບ ແລະ ທາງພາກ ຣັຖ ກໍຍັງບໍ່ສາມາດ ຈັດສັນອາຊີບໃໝ່ ໃຫ້ປະຊາຊົນ ໄດ້ທັງໝົດ. ດັ່ງນັ້ນທາງການ ຈຶ່ງພຍາຍາມ ທີ່ຈະຍຸຕິ ການຖາງປ່າ ໃຫ້ໄດ້ພາຍໃນ ປີ 2010 ນີ້ ເພື່ອທໍາການ ປິດປ່າ ທົ່ວປະເທດລາວ. ຕາມຄໍາເວົ້າຂອງ ທ່ານ ບົວພັນ ພັນທະວົງ ຫົວໜ້າກອງ ອະນຸຮັກ ກົມປ່າໄມ້ ໃນນະຄອນຫລວງ ວຽງຈັນ:
"ຖ້າປະກາດ ປິດປ່າ ແລ້ວຍັງບໍ່ ຈັດສັນອາຊີບ ຄົງທີ່ບໍ່ໄດ້ ກໍປິດບໍ່ໄດ້ ເພາະວ່າສາເຫດນຶ່ງ ກໍຍ້ອນ ການຖາງປ່າ ເຮັດໄຮ່ ສະນັ້ນຈະພຍາຍາມ ປິດປ່າ ຍຸຕິການຖາງປ່າ ໃຫ້ໄດ້ ໃນປີ 2010 ນີ້".
ການປິດປ່າ ໃນແຕ່ລະແຂວງ ຈະພິຈາຣະນາ ເຖິງໂຄຕ້າ ທີ່ທາງການ ກໍານົດໃຫ້ ສໍາລັບແຕ່ລະແຂວງ ເພື່ອໂຄງການພັທນາ ຕ່າງໆ ເຊັ່ນໂຄງການ ເຂື່ອນໄຟຟ້າ ຫລື ໂຄງການຊົລປະທານ ຖ້າແຂວງໃດ ບໍ່ມີການພັທນາ ຫລືການພັທນາ ເສັດສີ້ນແລ້ວ ທາງຣັຖບານ ສາມາດຈັດສັນ ອາຊີບ ໃຫ້ປະຊາຊົນ ໄດ້ຄົບທຸກບ້ານ ແລ້ວກໍຈະ ທໍາການປິດປ່າ ເພື່ອຍຸຕິການ ຖ່າງປ່າເຮັດໄຮ່ ທີ່ເກີດຂຶ້ນໃນ ແຕ່ລະແຂວງ ແຕ່ລະເມືອງ.
ສໍາລັບໂຄຕ້າ ການຖາງປ່າ ເພື່ອຈັດສັນພື້ນທີ່ ການຜລິດ ໃຫ້ປະຊາຊົນ ໃໝ່ນັ້ນ ທາງແຂວງ ຈະເປັນຜູ້ເລືອກປ່າ ທີ່ຢູ່ໃນສະພາບ ເຊື່ອມໂຊມໃຫ້ ໂດຍຈະຕ້ອງໄດ້ ຮັບການພິຈາຣະນາ ຈາກຣັຖບານ ເສັຽກ່ອນ. ທ່ານ ບົວພັນ ກ່າວກ່ຽວກັບ ເລື່ອງນີ້ວ່າ:
"ປ່າຜລິດນີ້ ແຂວງໃດທີ່ວ່າ ຈັດສັນປ່າຜລິດໄດ້ ຈຶ່ງມີໂຄຕ້າໃຫ້ ເພາະວ່າຕັດຮອບເດືອນ ເພາະວ່ານີ້ມັນ ໂຄງການສຸດຍອດ ເພິ່ນຈະມີການ ຈັດສັນ ມີການສໍາຣວດ ວາງແຜນລະອຽດ ວ່າຈະຕັດປີນຶ່ງ ເທົ່າໃດ ໃນຂອບເຂດປ່າ ຜລິດນັ້ນ".
ຈຸດປະສົງທີ່ ຕ້ອງການປິດປ່າ ກໍເພື່ອ ໃຫ້ປະຊາຊົນ ເຊົາຖາງປ່າເຮັດໄຮ່ ແລະປ່ຽນອາຊີບ ມາເປັນການ ລ້ຽງສັດ ຫລືປູກພືດ ກະສິກັມແທນ ແລະ ທັງບໍ່ໃຫ້ປ່າໄມ້ ຖືກທໍາລາຍ ແລະຫລຸດໜ້ອຍລົງ ໄປກວ່ານີ້.