ຜົນສະທ້ອນຈາກແຜ່ນ ດິນໄຫວໃນເຂດໃກ້ຄຽງ

ແຂວງພາກເໜືອ ຂອງລາວ ໄດ້ຮັບຜົນສະທ້ອນ ຈາກເຫດການ ແຜ່ນດິນໄຫວ ໃນປະເທດ ເພື່ອນບ້ານ.
ວຽງໄຊ
2010.07.19

ໃນລະຍະນີ້ ປະກົດວ່າມີເຫດການ ແຜ່ນດິນໄຫວຢ່າງ ຕໍ່ເນື່ອງ ໃນປະເທດພະມ້າ ຈີນ ຫລາຍເທື່ອ ເຮັດໃຫ້ມີຮອຍແຍກເດີມເຄີຍເກີດຂຶ້ນ ໃນຫລາຍແຂວງພາກເໜືອ ຄືບໍ່ແກ້ວ ຫລວງນ້ຳທາ ແລະຜົງສາລີ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈາກກົມ ອຸຕຸນີຍົມວິທຍາ ໃນນະຄອນຫລວງ ວຽງຈັນ ຍອມຮັບວ່າ ບໍ່ມີທາງແກ້ໄຂ:

"ຮອຍເລື່ອນ ມັນຈະເຊື່ອມຕໍ່ ໄປຍັງພົມແດນລາວ ພະມ້າ ໄທ ແລະປະກົດການ ທີ່ເກີດຂຶ້ນນີ້ ມັນມີການຕໍ່ເນື່ອງ ແລະປະກົດການ ທີ່ຕິດຕາມມາ ຈາກດືອນ ພືສພາ ມັນເຫັນມີເຫດການຊ້ຳວົງຈອນນັ້ນເນ໊າະ".

ທ່ານກ່າວຕໍ່ໄປອີກວ່າ ແຜ່ນດິນໄຫວໃນລາວ ພະມ້າ ໄທ ແລະຈີນ ທີ່ເກີດຂຶ້ນເລື້ອຍໆ ແຕ່ປີ 2007 ຈົນເຖິງປັດຈຸບັນ ສົ່ງຜົນໃຫ້ເກີດ ຮອຍເລື່ອນ ຫລືຣອຍແຍກໃຕ້ ພື້ນໂລກ ສະເພາະໃນລາວ ພົບວ່າ ຮອຍແຍກດັ່ງກ່າວ ຢູ່ໃນແຂວງຫລວງນ້ຳທາ ແລະບໍ່ແກ້ວ ຊຶ່ງປະກົດວ່າ ຂຍາຍວົງກວ້າງ ອອກຈາກຣອຍເດີມ ຫລາຍສິບກິໂລແມັຕ ແຕ່ຮອຍແຍກທີ່ ເກີດຂຶ້ນນັ້ນຢູ່ ໃນເຂດສອກຫລີກ ໃນປ່າ ໃນພູຜາ ດັ່ງນັ້ນ ຈຶ່ງບໍ່ມີຜົນສະທ້ອນ ໃສ່ປະຊາຊົນ.

ແຕ່ວ່າຮອຍແຍກ ດັ່ງກ່າວ ຈະເຮັດໃຫ້ຂົງເຂດນີ້ ເກີດແຜ່ນດິນໃຫວເລື້ອຍຂຶ້ນ ແຕ່ຍ້ອນວ່າຄົນລາວ ອາສັຍຢູ່ເຮືອນ ເປັນອາຄານຣະດັບຕໍ່າ ເປັນສ່ວນຫລາຍ ຈຶ່ງຈະບໍ່ ໄດ້ຮັບຜົນສະທ້ອນ ພໍປານໃດ ແຕ່ຫາກເວົ້າເຖິງ ເຣື້ອງມາຕການ ແກ້ໄຂບັນຫາ ຣອຍແຍກນັ້ນ ຕອບໄດ້ເລີຍວ່າ ແກ້ໄຂບໍ່ໄດ້ ເພາະເປັນປະກົດການ ທັມມະຊາຕ.
ທ່ານກ່າວຕໍ່ໄປ ອີກວ່າ ສປປລາວ ມີສະຖານີ ອຸຕຸນີຍົມວິທຍາ ທັງມົດ 49 ແຫ່ງ ຢູ່ທຸກແຂວງ ທົ່ວປະເທດ ແຕ່ຍັງຕ້ອງການ ປັບປຸງອຸປກອນ technology ໃຫ້ທັນສໄມ ຫລາຍຂຶ້ນແລະ ຕ້ອງເພີ້ມຈຳນວນ ສະຖານີໃຫ້ໄດ້ ປະມານ 100 ແຫ່ງ ເພື່ອໃຫ້ໄດ້ຕາມ ມາຕຖານ ໂດຍສະເພາະຢ່າງຍິ່ງ ສະຖານີວັດແທກ ແຜ່ນດິນໄຫວ ຊຶ່ງໃນລາວປັດຈຸບັນ ມີພຽງ 3 ແຫ່ງ ຫາກໍ່ສ້າງສຳເຣັດ ໃນແຂວງຫລວງພຣະບາງ ແລະສະຖານີ ດັ່ງກ່າວ ຍັງໄຊ້ບໍ່ໄດ້ເຕັມ ປະສິດທິພາບເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.