ແຂວງເຊກອງ ແລະ ອັຕປື ຕ້ອງເຝົ້າຣະວັງ ໂຣຄຣະບາດ
2009.10.15
ອົງການ ສະພາກາຊາດລາວ ຕຽມແຜນການ ເຝົ້າຣະວັງ ພຍາດຕ່າງໆທີ່ ອາດຈະເກີດຂື້ນ ພາຍຫລັງເຫດການ ນ້ຳຖ້ວມ ຊື່ງໃນ ປັດຈຸບັນນີ້ ໃນບາງພື້ນທີ່ ແຂວງຊກອງແລະອັຕປື ມີປະຊາຊົນ ໃນບາງບ້ານ ປະສົບກັບບັນຫາ ໂຣຄຖອກທ້ອງ ຕາແດງ ແລະເປັນຕຸ່ມຄັນ ຕາມຮ່າງກາຍ ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:
"ພວກເຮົາກໍ່ໄດ້ ສືກສາເຮື້ອງ ພຍາດ ແລະ ພວກເຮົາຈະໄດ້ ເອົາໃຈໃສ່ ອັນນື່ງແລ້ວແມ່ນ ເຮື້ອງພຍາດ ໂຣຄຖອກທ້ອງ ທ້ອງລ່ວງນີ້ແຫລະ ສອງແລ້ວແມ່ນເຮື້ອງ ພຍາດຕາແດງ ສາມແລ້ວກໍ່ແມ່ນ ເຮື້ອງຕຸ່ມຄັນຫັ້ນ ພົບເຫັນແລ້ວ ມີບາງບ້ານ ປະຊາຊົນ ກໍ່ຖືກກະທົບ ຖູກເປັນແບບນີ້."
ທ່ານກ່າວຕໍ່ໄປວ່າ ການປ້ອງກັນ ກໍ່ແມ່ນວ່າ ໃຫ້ຄວາມຮູ້ ທາງດ້ານສຸຂສືກສາ ແກ່ປະຊາຊົນ ໃນເຮື້ອງການກີນ ການຢູ່ທີ່ຖືກ ສຸຂອານາມັຍ ເຊັ່ນກີນອາຫານ ທີ່ສຸກແລ້ວ ແລະດື່ມນ້ຳທີ່ ຕົ້ມແລ້ວ ເພື່ອປ້ອງກັນພຍາດ ຖອກທ້ອງ ແນະນຳໃຫ້ ປະຊາຊົນ ປະຕິບັດຕາມ ແນວທາງ3ສະອາດ ຄື: ກີນສະອາດ ດື່ມສະອາດ ແລະຢູ່ສະອາດ ແຕ່ອາດຈະ ປະຕິບັດ ບໍ່ໄດ້ ທຸກກໍຣະນີ ເພາະໃນເວລານີ້ ປະຊາຊົນ ຍັງຂາດທີ່ຢູ່ ອາສັຍຢູ່.
ທີ່ຜ່ານມາ ອົງການ ສະພາກາຊາດ ກໍ່ໄດ້ລົງພື້ນ ທີ່ອອກໄປແຈກ ຢາຍຢາປະເພດຕ່າງໆ ດັ່ງຢາປ້ອງກັນ ໂຣຄຖອກທ້ອງ ຢາລົດໄຂ້ ໃຫ້ແກ່ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ທ່ານກ່າວກ່ຽວກັບ ອຸປສັກໃນການ ປະຕິບັດງານວ່າ:
"ຈະມີອຸປສັກ ທາງດ້ານງົບປະມານ ນີ້ແຫລະ ເພາະວ່າພວກເຮົາ ໄດ້ໄປໂຄສະນາ ກໍ່ໂອເຄ ແຕ່ວ່າອຸປກອນ ທີ່ພວກເຮົາຈະສນອງ ໃຫ້ຂະເຈົ້ານັ້ນ ເປັນຢາກໍ່ຍັງ ບໍ່ພຽງພໍ ອັນນື່ງ, ອັນສອງກໍ່ຄື ເຮື້ອງການ ຄົມມະນາຄົມເນາະ ການເດີນທາງໄປ ຫາບ້ານ ເປົ້າຫມາຍນີ້ ມັນກໍ່ຍຸ້ງຍາກ."
ທ່ານກ່າວເພີ້ມ ອີກວ່າ ຂນະນີ້ວຽກງານ ທາງດ້ານ ສາທາຣະນະສຸຂ ກໍ່ໄດ້ມີ ອົງການອື່ນອີກ ເຂົ້າມາຊ່ວຍເຫລືອ ເຊັ່ນອົງການແພດ ບໍ່ມີພົມແດນ ທີ່ເຂົ້າມາໃຫ້ ການສືກສາທາງ ດ້ານສຸຂອະນາມັຍ ແກ່ຊາວບ້ານ ດັ່ງການໃຊ້ ສ້ວມຖ່າຍທີ່ຖືກຕ້ອງ ດື່ມນ້ຳທີ່ສະອາດ ແລະ ໃຊ້ນ້ຳສ້າງທີ່ຂາດ ເຊື້ອໂຣຄ.