ການຂຸດຄົ້ນແຮ່ທາດ ໃນແຂວງຊຽງຂວາງ
2009.01.22
ການຂຸດຄົ້ນ ແຮ່ທາດໃນ ແຂວງຊຽງຂວາງ ສົ່ງຜົນສະທ້ອນ ຕໍ່ສະພາບແວດ ລ້ອມແລະສະພາບ ຄວາມເປັນຢູ່ ຂອງປະຊາຊົນ ເນື່ອງຈາກວ່າ ມັນໄດ້ເຮັດ ໃຫ້ດິນເຈື່ອນ ລົງສູ່ທົ່ງໄຮ່ ທົ່ງນາຂອງ ປະຊາຊົນແລະ ໄຫລໄປຖົມ ລະບົບຊົນ ລະປະທານ ດັ່ງທີ່ທ່ານ ທຸມມາ ສະເລີມໃຊ ຫົວໜ້າຫ້ອງການ ສະພາບແວດລ້ອມ ປະຈໍາແຂວງ ໄດ້ເປີດເຜີຽ ສິ່ງແວດລ້ອມ ທາງດ້ານສັງຄົມ ສ່ວນຫລາຍແລ້ວ ການພັດທະນາ ການຂຸດຄົ້ນຕ່າງໆ ຊັພະຍາກອນ ທັມະຊາດ ມັນກໍມີບັນ ຫາຈໍານວນນື່ງ ທີ່ແຕະຕ້ອງ ເຖິງຊິວິດ ການເປັນຢູ່ ຂອງປະຊາຊົນ ແລະທາງດ້ານສັງຄົມ.
ທ່ານວ່າ ເຣື້ອງນີ້ກໍໄດ້ ມີການປືກ ສາຫາລືກັນ ລະຫ່ວາງນ່ວຍງານ ທີ່ຮັບຜິດຊອບ ແລະໄດ້ນໍາເຣື້ອງ ນີ້ໄປເວົ້າຈາກັບ ບໍ່ຣິສັດ ທີ່ທໍາການ ຂຸດຄົ້ນແຮ່ທາດ ນ່ວຍງານທີ່ ແກ້ໄຂຈະມອບ ໃຫ້ປະເມີນ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຈະໃຫ້ ບັນດາບໍຣິສັດ ທີ່ຂຸດຄົ້ນ ແກ້ໄຂກ່ຽວ ກັບຊີວິດການ ເປັນຢູ່ໃຫ້ແກ່ ປະຊາຊົນຂະເຈົ້າ ແລະບ່ອນໃດ ທີ່ແກ້ໄຂໄດ້ ກໍແກ້ບ່ອນໃດ ທີ່ແກ້ບໍ່ໄດ້ ກໍຊົດເຊີຽ ເປັນເງິນໃຫ້ເຂົາເຈົ້າ ຕາມສັນຍາ ການຂຸດຄົ້ນ ແຮ່ທາດນັ້ນ ບໍຣິສັດທີ່ ຂຸດຄົ້ນແຮ່ທາດ ຕ້ອງປະຕິບັດ ລະບຽບຫລັກ ການສະພາບ ສິ່ງແວດລ້ອມ ໃຫ້ຖືກຕ້ອງ ແຕ່ຫລາຍບໍຣິສັດ ກໍລະເມີດລະບຽບ ຫລັກການເຖິງ ຂັ້ນວ່າບາງຄັ້ງ ທາງການລາວຕ້ອງ ໄດ້ຍົກເລີກ ອານຸຍາດການໃຫ້
ສັມປະທານກໍມີ.