ບໍຣິສັດ ແປ້ງມັນຕົ້ນ ຈະໄຊ້ຄ່າເສັຽຫາຍ
2009.06.16
ເຖີງແມ່ນວ່າການ ເກັບປາຕາຍກວ່າ ນື່ງພັນ ກິໂລກຣາມ ມາແຕ່ປາຍເດືອນ ພືສພາ ໄດ້ຫລຸດລົງແລະ ຜົລວີຈັຍຈາກ 3ພາກສ່ວນທີ່ ກ່ຽວຂ້ອງ ກໍ່ຣະບຸວ່າ ສະພາບ ນ້ຳເສັຽ ເກີດມາຈາກສານ ເຄມີຈາກໂຮງງານ ຜລີດມັນຕົ້ນແຕ່ ອຳນາດການປົກຄອງ ທ້ອງຖີ່ນຍັງບໍ່ ສາມາດໃຫ້ການ ຄ້ຳປະກັນວ່າ ນ້ຳໃນຫນອງຫານ ມີຄວາມປອດ ພັຍຫລືບໍ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງຈາກ ອຳນາດການປົກຄອງ ທ້ອງຖີ່ນ ທ່ານນື່ງເວົ້າວ່າ:
"ດຽວນີ້ໂຮມກັນ ເວົ້າເຊົ້ານີ້ ແຕ່ວ່າບໍມີ ຜົລອອກມີແຕ່ ວ່າສາເຫດມາ ຈາກນ້ຳຂາດ ອອກຊີເຢັນ ມັນມີບັນຫາ ກ່ຽວກັບ ເປືອກມັນຕົ້ນ ຢາງເປືອກມັນຕົ້ນ."
ທ່ານວ່າ ໃນປັດຈຸບັນ ຈຳນວນປາຕາຍ ກໍ່ຫລຸດລົງແລ້ວ ແຕ່ຍັງບໍ່ກ້າ ໃຫ້ປະຊາຊົນ ອອກໄປ ຫາຢູ່ຫາກີນ ຕາມແມ່ນ້ຳສາຍນັ້ນ ດັ່ງທີ່ເຄີຍເປັນມາ ເພາະຍັງບໍ່ແນ່ວ່າ ສານທີ່ຕົກຄ້າງ ໃນນ້ຳນັ້ນ ຈະຖືກລະລາຍ ໄປຫມົດແລ້ວ ຫລືບໍ່ ທ່ານກ່າວເພີ້ມ ອີກວ່າ:
"ປາ ປັດຈຸບັນ ເຊົາຕາຍແລ້ວ ດຽວນີ້ ແຕ່ວ່າປັດຈຸບັນ ເພີ່ນກໍ່ບໍ່ທັນ ໃຫ້ກີນ ຍັງໃຫ້ລໍເບີ່ງ ຜົລເອົາປາໄປ ກວດກອ່ນ."
ໃນຂນະດຽວກັນ ບໍຣິສັດ ດັ່ງກ່າວກໍ່ ປະກາດຄວາມຮັບ ຜີດກ່ຽວກັບ ເຮື້ອງນີ້ ໂດຍຈະຈ່າຍຄ່າ ຊົດເຊີຍຊື້ ປາຕາຍ ໃນຣາຄາກິໂລ ລະ10ພັນກີບ ເລັ່ງກໍ່ສ້າງບໍ່ ບຳບັດ ນ້ຳເສັຽ11ແຫ່ງ ຮ່ວມກັບໂຄງການ ປ່ອຍພັນປາສູ່ ທັມມະຊາດ ແທນປາທີ່ຕາຍ ຕລອດເວລາ 3ປີເພື່ອຟື້ນຟູ ແຫລ່ງນ້ຳ ທັມມະຊາດ ການເປັນຢູ່ຂອງ ປະຊາຊົນ ໃນເຂດດັ່ງກ່າວ ໃຫ້ກັບຄືນສູ່ ສະພາບເດີມ ດັ່ງທີ່ເຄີຍ ເປັນມາ ແຕ່ໃນປັດຈຸບັນ ປະຊາຊົນ ຍັງບໍ່ກ້າທີ່ ຈະໄປຫາປາ ທີ່ນັ້ນເທື່ອ.