ໂຮງງານຍັງບໍ່ແກ້ໄຂ ບັນຫາສານພິດ ແຂວງສວັນນະເຂດ
2010.02.26
ໂຮງງານບໍ່ທອງ ຍັງປ່ອຍນ້ຳ ເປິ້ເປື້ອນ ລົງໃສ່ ແມ່ນ້ຳຫ້ວຍຮ່ອງ ຈົນຊາວບ້ານ ຈົນບໍ່ກ້າໃຊ້ ແລະ ບໍ່ກ້າຫາຢູ່ ຫາກິນ ດັ່ງເຈົ້າໜ້າທີ່ ຫ້ອງການ ວິທຍາສາດ ແທກໂນໂລຈີ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ກ່າວວ່າ:
“ບັນຫາຕົວນີ້ ເຣື່ອງນ້ຳເສັຍ ອອກຈາກໂຮງງານ ບໍ່ທອງແດງ ນ້ຳຈາກໂຮງງານ ຕົວນີ້ມັນ ໄປກັກຢູ່ໃນອ່າງ ພໍອ່າງ ມັນເຈື່ອນແລ້ວ ຈ້ຳຕົວນີ້ກໍ ໄຫລລົງ ສູ່ນ້ຳທັມຊາດ ເຮັດໃຫ້ ນ້ຳມັນຂຸ່ນ ແລະ ຊາວບ້ານເຂົາກໍ ເດືອດຮ້ອນເຫັນ ນ້ຳຂຸ່ນແລ້ວ ເຂົາຈະບໍ່ກ້າໃຊ້ ບໍ່ກ້າຫາກິນຫາຢູ່.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ຄວາມຈິງແລ້ວ ການປ່ອຍນ້ຳເປື້ອນ ຂອງໂຮງຈັກໂຮງງານ ລົງສູ່ ສະພາບແວດລ້ອມ ເປັນບັນຫາຊ້ຳເຮື້ອ ມາເປັນເວລາ ຫລາຍປີແລ້ວ ເຈົ້າໜ້າທີ່ ກໍໄດ້ວາງ ຣະບຽບກົດໝາຍ ອອກຢ່າງເຄັ່ງຄັດ ແຕ່ໂຮງງານ ຕ່າງໆປະກົດວ່າ ບໍ່ປະຕິບັດ ຕາມເລີຍ ຍັງລັກປ່ອຍ ນ້ຳເປິ້ເປື້ອນລົງສູ່ ສະພາບແວດລ້ອມ ຢູ່ຕລອດມາ.
ໃນຣະຍະນີ້ ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະບໍ່ແຮ່ກໍໄດ້ ຫາລືກັບຄນະ ບໍຣິຫານໂຮງງານ ທຸກແຫ່ງ; ບໍ່ເທົ່ານັ້ນ ເຈົ້າໜ້າທີ່ ວິຊາການຍັງລົງໄປ ສຳຣວດ ແລະ ກວດກາເບິ່ງ ຜົນປະກົດວ່າ ໂຮງງານອຸດສາຫະກັມ ໃນແຂວງ ສວັນນະເຂດ ຍັງລັກປ່ອຍ ນ້ຳພິດລົງສູ່ ສະພາບແວດລ້ອມ ຕາມເຄີຍ. ເຈົ້າໜ້າທີ່ ທ່ານດຽວກັນນັ້ນ ເວົ້າອີກວ່າ:
“ມີບັນຫາມີຣາຍງານ ຈາກພນັກງານ ຜູ້ນຶ່ງທີ່ປະຈຳ ຢູ່ພຸ້ນ ເຂົາເຮັດຣາຍງານ ມາວ່າດຽວນີ້ ການລັກປ່ອຍນ້ຳ ອອກຈາກອ່າງເກັບນ້ຳ ຂອງເຂົາ ຍັງມີຢູ່ ຢ່າງຕໍ່ເນື່ອງ ສ່ວນຫລາຍຈະປ່ອຍ ໃນຍາມກາງຄືນ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕື່ມວ່າ ເຈົ້າໜ້າທີ່ຈະເພິ້ມ ການກວດສອບ ແລະ ປຶກສາຫາລື ກັບເຈົ້າຂອງ ໂຮງງານເຫລົ່ານັ້ນ ຕື່ມອີກເພາະ ສະພາບແວດລ້ອມ ຖືກທຳຣາຍ ຫລາຍແລ້ວ ແລະ ປະຊາຊົນ ກໍໄດ້ຮັບ ຜົນກະທົບ.