ສົນທິສັນຍາປ່າໄມ້ ປະເທດຮ້ອນ
2009.12.21
11 ປະເທດ ຢູ່ໃນຢູໂຣບ ໄດ້ໃຫ້ສັຕຍາບັນ ສົນທິສັນຍາ ເພື່ອສົ່ງເສີມການ ຄຸ້ມຄອງປ່າໄມ້ ທີ່ຜລິດໄມ້ ປະເທດຣະດູຮ້ອນ ແບບຍືນຍົງ ຮ່ວມທັງຂໍ້ຕົກລົງ ການຄ້າ ສາກົນ ກ່ຽວກັບຜລິຕພັນໄມ້ດັ່ງກ່າວ.
ການໃຫ້ສັຕຍາບັນ ໄດ້ມີຂື້ນຢູ່ທີ່ ສໍານັກງານສະຫະປະຊາຊາດ ທີ່ນະຄອນນີວຢອກ ໂດຍມີຜູຕາງໜ້າຈາກ ບຸນກາເຣັຽ ສາທາຣະນະຣັຖເຊັກ ຟິນແລນ ເຢັຽຣະມັນ ອາຍເຣິແລັນ ລີຕົວເນັຽ ປອກຕູຍການ ໂຣມາເນັຽ ສະໂລວາກເກັຽ ສະໂລເວເນັຽ ແລະສະເປນ.
ຂໍ້ຕົກລົງເພື່ອສົ່ງເສີມ ການຄຸ້ມຄອງປ່າໄມ້ ທີ່ຜລິດໄມ້ລະດູຮ້ອນ ແບບຍືນຍົງນີ້ ຖືກຮັບຮອງເອົາເມື່ອປີ 2006. ສັນຍາຂໍ້ຕົກລົງ ດັ່ງກ່າວ ແມ່ນເພື່ອຫລຸດຜ່ອນ ການປ່ອຍອາຍແກສ ຄາບອນດາຍອອກໄຊລົງ ແລະເພື່ອປັບປຸງ ການຄຸ້ມຄອງປ່າໄມ້ ຢູ່ໃນປະເທດເຂດຮ້ອນ ຊື່ງໃນສັນຍານັ້ນໄດ້ ເວົ້າເຖິງບັນຫາການຕັດໄມ້
ທີ່ຜິດກົດໝາຍ ແລະການຖາງໄມ້ ທໍາລາຍປ່າ ໃນຂນະທີ່ສົ່ງເສີມ ໃຫ້ມີການປູກໄມ້ຄືນ.
ການໃຫ້ສັຕຍາບັນນີ້ ມີຂື້ນຫລັງຈາກ ກອງປະຊຸມສຸດຍອດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ໄດ້ຜ່ານຮ່າງສົນທິສັນຍາ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ທີ່ສລຸບກັນໃນ ວັນເສົາຜ່ານມານີ້.