ສະພາບແວດລ້ອມ ຖືກທໍາລາຍ ການຈັດສັນທີ່ດິນ ມີບັນຫາ ຍ້ອນຣະບຽບ ບໍ່ຮັດກຸມ
2009.10.21
ຜູ້ເຂົ້າຮ່ວມ ກອງປະຊຸມ ມະຫາກັມອາຊຽນ ຈາກລາວ ກ່າວວ່າ ບັນຫາ ທີ່ໜ້າສົນໃຈ ສໍາລັບ ປະເທດລາວ ໃນຂນະນີ້ ຄື ບັນຫາ ສະພາບແວດລ້ອມ ແລະ ການຈັດສັນທີ່ດິນ ໂດຍມີຕົ້ນເຫດ ມາຈາກ ໂຄງການລົງທຶນ ທີ່ກໍາລັງເພີ້ມຂຶ້ນ ຢ່າງວ່ອງໄວຢູ່ລາວ. ທ່ານ ວ່າ ສປປລາວ ມີຊັພຍາກອນ ຢ່າງຫລວງຫລາຍ ເຮັດໃຫ້ປະເທດ ທີ່ມີຄວາມສາມາດ ທາງດ້ານ ອຸດສາຫະກັມ ຕ່າງກໍສົນໃຈ ເຂົ້າມາລົງທຶນ ໃນໂຄງການຕ່າງໆ ເປັນຕົ້ນ ແຮ່ທາດ ເຂື່ອນໄຟຟ້າ ປູກໄມ້ ອຸດສາຫະກັມ ຊຶ່ງລ້ວນແຕ່ເຮັດ ໃຫ້ເກີດບັນຫາ ຕໍ່ສິ່ງແວດລ້ອມ ຕາມມາ ຢ່າງຫລີກລ່ຽງບໍ່ໄດ້.
ເວົ້າເຖິງ ຜົລກະທົບດ້ານ ສະພາບແວດລ້ອມ ທ່ານຄິດວ່າເປັນ ບັນຫາສໍາຄັນ ເພາະເປັນສີ່ງທີ່ ກະທົບກະເທືອນ ໂດຍກົງ ຕໍ່ປະຊາຊົນ ທີ່ຍັງຕ້ອງເພິ່ງພາ ຊັພຍາກອນ ທັມມະຊາດ. ດັ່ງນັ້ນ ໂຄງການລົງທຶນຕ່າງໆ ຈຶ່ງຈະຕ້ອງມີ ຄວາມຊັດເຈນ ໃນເລື້ອງ ຄວາມຈໍາເປັນ ແລະ ຄວາມຕ້ອງການ ຂອງໂຄງການນັ້ນໆ.
ນອກຈາກບັນຫາ ສະພາບ ແວດລ້ອມແລ້ວ ທ່ານວ່າ ໂຄງການລົງທຶນຕ່າງໆ ໃນລາວ ຂນະນີ້ ຍັງກໍ່ໃຫ້ເກີດ ບັນຫາ ທີ່ຮັບຮູ້ກັນ ຢ່າງເປັນທາງການ ຄືເລື້ອງການ ສັມປະທານ ທີ່ດິນ. ໂຄງການທີ່ໄດ້ ຮັບສັມປະທານ ທີ່ດິນນັ້ນ ອາຈຈະໄປທັບ ກວມເອົາທີ່ດິນ ຂອງປະຊາຊົນ ເຮັດໃຫ້ການຈັດສັນ ທີ່ດິນ ບໍ່ລົງຕົວ.
ທ່ານວ່າ ໂຄງການ ທີ່ເຂົ້າມາລາວ ດ້ານນຶ່ງ ກໍເປັນໂອກາດ ໃນການ ພັທນາປະເທດ ແລະ ຊ່ວຍເສຖກິດໃຫ້ ຈະເຣີນເຕີບໂຕ ແຕ່ສີ່ງທີ່ສໍາຄັນ ກໍຄື ການຮັບປະກັນ ຜົລປະໂຫຍດ ທີ່ຈະໄດ້ຈາກ ໂຄງການ ເຊັ່ນການພັທນາ ສາທາຣະນະ ປະໂຫຍດ ເພື່ອໃຫ້ປະຊາຊົນ ໄດ້ຮັບ ຜົລປະໂຫຍດ ເຫລົ່ານັ້ນ ຢ່າງເທົ່າທຽມກັນ.
ແລະວ່າບັນຫາ ສະພາບແວດລ້ອມ ເຖິງແມ່ນວ່າ ຍັງບໍ່ມີທາງ ອອກເທື່ອ ໃນເວລານີ້ ແຕ່ກໍເປັນບັນຫາ ຂອງສ່ວນຮວມ ຊຶ່ງທຸກຄົນຕ້ອງ ໄດ້ຄິດຮ່ວມກັນ ວ່າຈະສາມາດ ພັທນາ ໄປພ້ອມໆກັບ ການປົກປັກຮັກສາ ຊັພຍາກອນ ທັມມະຊາດ ນັ້ນໄດ້ແນວໃດ.