ການຂຸດເກືອໂປຕາສ ຂອງຈີນໃນແຂວງຄໍາມ່ວນ
2010.08.06
ບໍຣິສັດ ຈີນ ໃນແຂວງ ຄໍາມ່ວນ ມີບັນຫາ ສົ່ງຜົລໃຫ້ນໍ້າ ທີ່ປ່ອຍ ອອກມາ ມີຄວາມເຄັມ ຊຶ່ງທາງ ບໍຣິສັດຈີນ ກໍຈໍາເປັນ ຕ້ອງໄດ້ຫາ ທາງແກ້ໄຂ ເພື່ອບໍ່ໃຫ້ ນໍ້າເຄັມນັ້ນ ໄຫລລົງສູ່ ແມ່ນໍ້າ ທັມມະຊາດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງຄໍາມ່ວນ:
"ບໍຣິສັດ ຂຸດຄົ້ນ ເກືອກາລີ ບໍ່ທັນມີ ບັນຫາແຮງ ມີແຕ່ບັນຫາ ເລື່ອງຂຸດຄູນນໍ່ານໍ່າ ສົ່ງຜົລໃຫ້ ນໍາເຄັມ ສ່ວນນ້ອຍນຶ່ງ ທີ່ວ່າເຈົ້າ ຂຸດອອກມາ ຈາກອຸໂມງ ໃຕ້ດິນ ແຕ່ກໍາລັງ ປັບປຸງ ວິທີການຢູ່".
ເຈົ້າໜ້າທີ່ລາວ ທ່ານດຽວ ກັນນີ້ ກ່າວຕໍ່ໄປວ່າ ການຂຸດຄົ້ນເກືອ ໂປຕາສ ຂອງບໍຣິສັດ ຈາກປະເທດ ຈີນ ເພື່ອນໍາໄປ ໃຊ້ເຮັດປຸຍ ໃນເຂດນອກ ເມືອງທ່າແຂກ ແຂວງ ຄໍາມ່ວນນັ້ນ ກໍຫາເລີ້ມ ເມື່ອບໍ່ດົນ ມານີ້. ບັນຫາ ທີ່ເກີດຂຶ້ນ ກໍຄືທາງ ບໍຣິສັດ ບໍ່ໄດ້ເຮັດ ອ່າງເກັບນໍ້າ ເພື່ອຮອງຮັບ ນໍ້າເຄັມ ນໍ້າເສັຽ ຈາກການ ກັ່ນກອງ ຊຶ່ງທາງ ສິ່ງແວດລ້ອມ ແຂວງ ກໍຢ້ານວ່າ ນໍ້ານັ້ນ ຈະໄຫລລົງສູ່ ແມ່ນໍ້າສາຍ ຫລັກ ໃນແຂວງຄໍາມ່ວນ. ດັ່ງນັ້ນ ຈຶ່ງຕ້ອງໄດ້ ຊອກຫາ ວິທີການ ເກັບກັກນໍ້າເຄັມ ເພື່ອບໍ່ໃຫ້ ໄຫລລົງສູ່ ແມ່ນໍ້າ ທັມມະຊາດ.
ແຂວງຄໍາມ່ວນ ດຽວນີ້ ກໍມີແຕ່ ບັນຫາເລື້ອງ ຄຸນນະພາບ ນໍ້າ ທີ່ອາຈສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ການຈະມີ ໂຄງການ ພັທນາອື່ນໆເຂົ້າມາ ໃນແຂວງ ໃນອີກ ບໍ່ນານນີ້ ສ່ວນຫລາຍ ຈະມີຜົລກະທົບ ທັງທາງກົງ ແລະທາງອ້ອມ ໃສ່ສະພາບ ແວດລ້ອມ. ແຕ່ທາງຫ້ອງການ ສິ່ງແວດລ້ອມ ກໍຄາດວ່າ ຈະບໍ່ນໍາ ໄປສູ່ ຄວາມເຊື່ອມ ໂຊມຂອງ ສະພາບແວດລ້ອມ ຍ້ອນຣະບົບ ເຮັດວຽກ ທີ່ມີ ປະສິດທິພາບ ຂອງເຈົ້າໜ້າທີ່ ທຸກຝ່າຍ ໃນການຮັກສາ ສິ່ງແວດລ້ອມ ໃຫ້ຄົງ ຢູ່ຕໍ່ໄປ.