ກວດກາ ການໃຊ້ ສານເຄມີ ໃນການປູກຝັງ

ແຂວງຈໍາປາສັກ ຍັງຕິດຕາມ ບັນຫາ ການໃຊ້ ສານເຄມີ ໃນການປູກຝັງ ເພື່ອຫລຸດຜ່ອນ ບັນຫາ ສິ່ງແວດລ້ອມ.
ໂພໄຊສວັດ ຣາຍງານ
2008.12.02

ແຂວງ​ຈໍາປາ​ສັກ ມີ​ໂຄງການ ປູກ​ໄມ້ ອຸດສາຫະກັມ ​ແລະ ພືດ​ການ​ກະ​ເສດ ​ຕ່າງໆ ຂອງ​ເອກ​ກະ​ຊົນ ຕ່າງ​ຊາດ ​ຫລາຍ​ໂຄງການ ​ໂດຍ​ໃຊ້​ພື້ນ​ທີ່ ສັມປະທານ ຫລາຍ​ໝື່ນ​ເຮັກຕາ ດ້ວຍ​ເຫດ​ນີ້ ທາງ​ການ​ແຂວງ​ຈຶ່ງ​ຕ້ອງ​ຕິດຕາມ ​ເອົາ​ໃຈ​ໃສ່ ກວດກາ​ ການ​ໃຊ້​ສານ​ເຄມີ ຢ່າງ​ສມໍ່າ​ສ​ເມີ ​ເພື່ອ​ຄວບ​ຄຸມ ​ຫລຸດຜ່ອນ ບັນຫາ​ສິ່ງ​ແວດ​ລ້ອມ ທີ່​ອາດ​ຈະ​ເກີດ​ຂື້ນ. ດັ່ງ​ທ່ານ ດຣ. ໜູ​ກອນ ສີ​ພອນ​ພູມີ ຫົວໜ້າ​ ຫ້ອງການ​ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ນໍ້າ ​ປະ​ຈໍາ​ແຂວງ ​ອະທິບາຍ​ວ່າ:

“​ເພາະວ່າ ​ພວກ​ເຮົາ ​ໄດ້​ຄຸ້ມ​ຄອງ ​ການ​ນໍາ​ໃຊ້ ສານ​ເຄມີ ​ຕ່າງໆ ຕາມ​ອຸດສາຫະກັມ​ ຢາງພາຣາ ປັດຈຸບັນ ຈະ​ມີ​ບັນຫາ ​ເລັກ​ນ້ອຍ ກ່ຽວ​ກັບ​ ການ​ຖິ້ມ​ສິ່ງ​ເສດ​ເຫລືອ ​ຂອງ​ສານ​ເຄມີ ການ​ຮັກສາ​ມ້ຽນ ​ຂອງ​ພວກ​ຂະ​ເຈົ້າ ພວກ​ເຮົາ ​ກໍ​ໄປ​ຕິດຕາມ ກວດກາ​ເບິ່ງ.”

​ເພື່ອ​ປ້ອງ​ກັນ ​ການ​ສວຍ​ໂອກາດ ນໍາ​ເຂົ້າ​ ​ແລະ ​ໃຊ້ສານ​ເຄມີ ຢາຂ້າ​ ສັດຕຣູພືດ ​ແລະ ຝຸ່ນ​ປຸ່ຍ ວິທະຍາສາດ ຂອງ​ບັນດາ​ ເອກ​ກະ​ຊົນ ຢ່າງ​ບໍ່​ຖືກຕ້ອງ ຊຶ່ງອາດ​ສົ່ງ​ຜົນ​ ໃຫ້​ດິນ ​ແລະ ຫ້ວຍ​ນໍ້າ​ ລໍາ​ເຊ ພາຍ​ໃນ ​ແຂວງ ​ໄດ້​ຮັບ​ຜົນ​ກະທົບ ດັ່ງ​ນັ້ນ ທາງ​ການ ​ກ່ຽວຂ້ອງ ຈຶ່ງ​ໄດ້​ໄປ ​ຕິດຕາມ​ກວດກາ ບັນຫາ​ນີ້ ຢູ່​ເລື້ອຍໆ ​ແລະ ກໍ​ໄດ້​ພົບ​ວ່າ ຍັງ​ມີ ຊາວ​ວຽດນາມ ​ເອກ​ກະ​ຊົນ ບາງ​ພາກສ່ວນ ​ໂດຍ​ສະ​ເພາະ ​ໂຄງການ​ປູກ​ຢາງພາ​ຣາ ທີ່​​ເຮັດ​ບໍ່​ຖືກຕ້ອງ ​ຕາມ​ຂໍ້​ກໍາໜົດ​ໄວ້ ດັ່ງ​ນັ້ນ​ ທາງ​ການ​ຈຶ່ງ​ໄດ້ ພະຍາຍາມ ຕັກ​ຕືນ ອົບຮົມ ຂະ​ເຈົ້າ ​ໃຫ້​ເຮັດ​ຖືກຕ້ອງ​ ຕາມຫລັກການ ຕໍ່​ໄປ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ນອກຈາກ​ ການ​ກວດກາ ຕາມ​ໂຄງການ​ປູກຝັງ ຂອງ​ພາກກະສິກັມ​ແລ້ວ ດຣ ໜູ​ກອນ ຍັງ​ເວົ້າ​ວ່າ ທາງ​ການ ຍັງ​ໄດ້​ຕິດຕາມ ບັນຫາ​ສິ່ງ​ແວດ​ລ້ອມ ທີ່​ອາດ​ຈະ​ມາ​ ຈາກ​ ການຂຸດ​ຄົ້ນບໍ່​ແຮ່​ອີກ ຊຶ່ງ​ທາງ​ການ​ ຕ້ອງ​ໄດ້​ໃຫ້ ການ​ເອົາ​ໃຈ​ໃສ່ ​ເຊັ່ນ​ດຽວ​ກັນ ຕໍ່​ໄປ ​ເລື້ອຍໆ​.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 11, 2015 09:09 PM

http://hukased.blogspot.com/ ຂໍຝາກເວັບສຳລັບຄົນລາວ ແລະຄົນທີ່ສົນໃຈໃນເລືອງການກະເສດ ເຊິນທ່ານເຂົ້າມາສຶກສາ ສິ່ງໃຫມ່ໆ ເຕັກນິກວິທີການດີທີ່ທ່ານບໍ່ເຄີຍຮູ້ມາກ່ອນເຊີນໄດ້ທີ່http://hukased.blogspot.com/


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]