ຊາວອັຕປື ຈະຂາດເຂີນ ເຂົ້າກີນ ປະມານ ຫົກເດືອນ
2009.10.14
ໃນລະຍະ ສາມເດືອນຂ້າງໜ້າ ແຂວງອັຕປື ຕ້ອງການເຂົ້າກິນ ເຖິງ 14,000ຕັນ ແລະ ເພື່ອກະຕຽມການ ປູກຝັງໃນປີໜ້າ ຜູ້ເຄາະຮ້າຍ ຈະຕ້ອງການເງິນ ຊ່ວຍເຫລືອປະມານ 20 ຕື້ກີບ ເພື່ອຊື້ເຂົ້າກິນ ແລະແນວເຂົ້າປູກ.
ນອກຈາກນັ້ນ ທາງການແຂວງອັຕປື ຍັງສເນີຣັຖບານ ໃຫ້ເງິນຊ່ວຍເຫລືອ 15ຕື້ກີບ ເພື່ອສ້ອມແປງ ສຳນັກງານ ແລະ ຫ້ອງການແຂວງ ແລະເມືອງຕ່າງໆ ທີ່ໄດ້ຮັບຜົນ ເສັຍຫາຍ.
ໃນດ້ານ ສາທາຣະນະສຸຂ ແຂວງອັຕປື ຢາກໃຫ້ເຈົ້າໜ້າທີ່ ການແພດ ລົງໄປຊ່ວຍ ປ້ອງກັນ ການຣະບາດ ຂອງໂຣກຕ່າງໆ ໂດຍດ່ວນ; ສ່ວນໃນດ້ານ ກະສິກັມ ຢາກໃຫ້ຣັຖບານ ຊ່ວຍປັບປຸງຣະບົບ ຊົລປະທານ ໃຫ້ດີຂື້ນ ເພື່ອປະຊາຊົນ ຈະໄດ້ເຮັດນາແຊງ ປູກສາລີແລະ ພືດອື່ນໆ ໃນໄວໆນີ້.
ໃນດ້ານການເງິນ ແຂວງອັຕປື ຮຽກຮ້ອງໃຫ້ ທະນາຄານ ຫລຸດດອກເບັ້ຍແລະ ເລື່ອນເວລາ ໃຊ້ໜີ້ຄືນອອກ ໄຫ້ແກ່ຊາວ ກະສິກອນ ແລະ ຂໍໃຫ້ກະຊວງ ການເງິນ ໂຈະຫລືຫລຸດຜ່ອນ ການເກັບ ພາສີອາກອນ ກັບປະຊາຊົນ ຜູ້ໄດ້ຮັບ ເຄາະຮ້າຍ.
ສຳຣັບຜົນເສັຍຫາຍ ຈາກລົມພະຍຸເກສນາ ທັງໝົດຢູ່ແຂວງ ອັຕປືນັ້ນ ທາງການລາວ ແຈ້ງວ່າ ປະຊາຊົນກວ່າ 70,000ຄົນ ຫລື12,000 ຄອບຄົວ ຂາດທີ່ຢູ່ອາໃສ ແລະອາຫານ; ທົ່ງນາຖືກນ້ຳຖ້ວມ ແລະໄດ້ຮັບຜົນ ເສັຍຫາຍກວ່າ 12,000ເຮັກຕາຣ໌ ເທົ່າກັບ77ສ່ວນຮ້ອຍ ຂອງພື້ນທີ່ນາ ທັງໝົດໃນແຂວງ; ສັດລ້ຽງ: ຄວາຍຕາຍ 427ໂຕ, ງົວຕາຍ700ໂຕ, ແບ້160ໂຕ, ໝູ1,000ໂຕ, ສັດປີກ ເປັດແລະໄກ່ 7,000ໂຕ ແລະ ປາຈຳນວນ ຫລວງຫລາຍ ຫາຍສາບສູນ.