ອັຕຕະປື ຕຣຽມເກັບເຂົ້າ ເພື່ອຍາມສຸກເສີນ

ແຂວງອັຕຕະປື ຕຽມເກັບເຂົ້າ ເພື່ອຮອງຮັບ ສະຖານະການ ສຸກເສີນ.
ມະນີຈັນ
2010.06.09

ຂນະນີ້ແຂວງ ອັຕຕະປື ໄດ້ຕຣຽມກັກເກັບເຂົ້າ ໄວ້ໃນສາງ ຈໍານວນນຶ່ງເພື່ອ ໃຊ້ໃນສະພາບ ການສຸກເສີນ ຫລືພັຍພິບັດ ທີ່ອາຈເກີດຂຶ້ນໄດ້ ອີກໃນປີນີ້. ເມື່ອປີທີ່ຜ່ານມາ ໄດ້ເກີດ ພັຍທັມມະຊາດ ພະຍຸເກສນາ ພັດຜ່ານເຂົ້າລາວ ຊຶ່ງບໍ່ໄດ້ມີການ ຕຣຽມການໄວ້ກ່ອນ ເຮັດໃຫ້ເຂົ້າ ບໍ່ພໍກິນ ເມື່ອຕົກຢູ່ໃນ ສະພາບສຸກເສີນ.  ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງອັຕປື:

"ຕອນນີ້ພວກເຮົາ ກໍພຍາຍາມ ຕຣຽມຮັບມືໄວ້ ຖ້າວ່າມັນມີ ໃນຂ້າງໜ້າຫັ້ນ ເຮົາກໍສະສົມເປັນ ສະບຽງອາຫານໄວ້ ເຊັ່ນເຂົ້ານີ້ ພວກເຮົາ ກໍສະສົມໄວ້ ເພື່ອຮັບສະຖານະ ການສຸກເສີນຫັ້ນ".

ການສະສົມສະບຽງ ອາຫານ ທາງຣັຖບານ ຄາດວ່າ ຈະສະສົມໃຫ້ໄດ້ ປະມານ 10 ພັນຕັນ ເກັບໄວ້ໃນສາງ ຈະເປັນການສະສົມ ຈາກການຊ່ວຍເຫລືອ ຂອງນາໆ ຊາດ ຫລັງຈາກທີ່ໄດ້ ແຈກຈ່າຍ ໃຫ້ປະຊາຊົນ ຢ່າງພຽງພໍແລ້ວ. ທ່ານ ກ່າວຕື່ມວ່າ ສະພາບການ ພັຍພິບັດ ໃນປີນີ້ ເຖິງຈະບໍ່ມີ ຄວາມແນ່ນອນ ແຕ່ກໍອາຈ ເກີດຂຶ້ນໄດ້ ຈຶ່ງຕ້ອງໄດ້ ຕຣຽມຮັບມື:

"ຕາມຂ່າວນີ້ ອາຈຈະມີແຫລະ ຈາກອຸຕຸນິຍົມ ຈາກແຫລ່ງຂ່າວ ຫລາຍປະເທດ ອຸຕຸນິຍົມຂອງ ປະເທດໄທບໍ່ ຂອງວຽດນາມ ຂອງຂະເໝນ ເຮົາຟັງເບິ່ງ ກໍເຫັນວ່າ ມັນມີທ່າອ່ຽງນະ ພວກເຮົາກໍກະກຽມ ພວກເຮົາກໍກຽມ ຮັບມືຢູ່ຮັບ ສະຖານະການ".

ປະຊາຊົນລາວ ທີ່ໄດ້ຮັບຜົລ ກະທົບ ຈາກພະຍຸເກສນາ ເມື່ອປີທີ່ຜ່ານມາ ກໍໄດ້ຮັບການ ຟື້ນຟູ ໃນດ້ານຕ່າງໆແລ້ວ ເຊັ່ນທີ່ຢູ່ອາສັຍ ເລື່ອງສະບຽງອາຫານ  ແລະ ສະຖານະການ ຕອນນີ້ ຖືວ່າເຂົ້າສູ່ ສະພາບ ປົກກະຕິແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.