ໂຮງງານອະລູມີນຽມ ຂາດແຜນກໍາຈັດເສດເຫຼືອ
2010.05.04
ນັກວິຊາກາຣ ຈາກມະຫາວິທຍາລັຍ ແຫ່ງຊາຕລາວ ເປີດເຜີຽວ່າ ໂຄງກາຣກໍ່ສ້າງ ໂຮງງານອະລູມີນຽມ ໃນແຂວງ ອັຕຕະປື ຈະເຮັດແຜນ ປະເມີນ ຜົລກະທົບດ້ານ ສິ່ງແວດລ້ອມ ຂອງ ໂຄງກາຣຢ່າງໃດ ແຕ່ຈາກກາຣ ກວດສອບພົບວ່າ ໃນບົດຣາຍງານ ຍັງບໍ່ມີກາຣ ກຳໜົດຢ່າງຈະແຈ້ງ ວ່າຈະເຮັດແນວໃດ ກັບສີ່ງເສດເຫລືອ ແລະ ນ້ຳເປິເປື້ອນຈາກ ກາຣຜລິຕ:
“ບາງເຂຕ EIA ແມ່ນເວົ້າຣວມໆ ຍົກຕົວຢ່າງເຂຕ ທີ່ມີກາຣເຮັດ ສັມປະທານ ອະລູມີນຽມ ສ່ວນທີ່ວ່າເຈົ້າ ຈະສ້າງບ່ອນເກັບ ມ້ຽນເສດຈາກແຮ່ທາຕ ເຈົ້າສິເອົາໄວ້ແນວ ໃດ໋? ອັນນີ້ ບໍ່ມີຢູ່ໃນບົດ ຣາຍງານ”.
ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣກໍ່ສ້າງ ໂຮງງານຜລິຕ ອະລູມີນຽມ ທີ່ເມືອງສນາມໄຊ ແຂວງອັຕຕະປື ເປັນສ່ວນໜຶ່ງຂອງ ຂໍ້ສເນີ ຂໍສັມປະທານ ກາຣຂຸດຄົ້ນແຮ່ ບ໊ອກໄຊຕ໌ ໃນແຂວງຈຳປາສັກ ແລະອັຕຕະປື ຂອງບໍຣິສັທ Sino Lao Aluminium Corporation ຈຳກັດ ໂດຽມີມູລຄ່າ ກາຣລົງທຶນ 4,000 ລ້ານດອລລາຣ໌ ສະຫະຣັຖ ແລະກຳລັງຄອຍ ຖ້າກາຣອະນຸມັຕ ຈາກທາງ ຣັຖບາລລາວ.
ໃນຂະນະດຽວກັນ ທ່ານກໍວ່າ ຈາກກາຣກວດສອບ ຕາມບົດຣາຍງານ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ພົບເຫັນແຕ່ກາຣສລຸບ ເທົ່ານັ້ນໂດຽ ບໍ່ມີກາຣແຈ້ງ ວ່າຈະມີກາຣ ກຳຈັດ ສິ່ງເສດເຫລືອ ແລະນ້ຳເປິເປື້ອນ ຈາກໂຮງງານ ແຕ່ຢ່າງໃດ ແລະ ຍັງຈະມີບັນຫາ ກ່ຽວກັບຝຸ່ນລະອອງ ຈາກໂຮງງານກາຣ ຜລິຕອະລູມີນຽມ ນຳອີກທີ່ອາຈ ຈະສ້າງຜົລກະທົບ ຕໍ່ສະພາບແວດລ້ອມ ພ້ອມກັບສ້າງ ຜົລສະທ້ອນຕໍ່ ກາຣດຳຣົງຊີວີຕ ຂອງປະຊາຊົນ ໃນເຂຕທ້ອງຖິ່ນ ນຳດ້ວຍນັ້ນ.