ຄວນ ປຍັດ ຍາມ ເສຖກິດ ຂັບຂັນ

ຊາວລາວ ຫລາຍໆ ຄົນ ຕ້ອງ ໄດ້ປຍັດ ໃນ ການໃຊ້ຈ່າຍ ແລະ ອອກງານ ຕ່າງໆ ທ່າມ ກາງ ວິກິຈການ ທາງ ດ້ານເສຖກິດ
ຈະເຣີນສຸກ ຣາຍງານ
2008.06.04

ທ່າມກາງ ສະພາວະ ວິກິຈການ ທາງ ດ້ານເສຖກິດ, ໂດຍສະເພາະ, ບັນຫາ ນໍ້າມັນ ແພງ ຊຶ່ງ ເຮັດໃຫ້ ສິນຄ້າ ຕ່າງໆ ຂຶ້ນ ຣາຄາ ໄປ ຕາມໆ ກັນ ນັ້ນ, ສົ່ງ ຜົນສະທ້ອນ ຕໍ່ ຊີວິດ ການເປັນຢູ່ ຂອງ ຊາວລາວ ໂດຍ ທົ່ວໄປ. ດັ່ງນັ້ນ, ຊາວລາວ ຫລາຍໆ ຄົນ ຕ້ອງ ປຍັດ ຫລາຍໆ ຢ່າງ ເພື່ອ ເຮັດໃຫ້ ຕົນເອງ ແລະ ຄອບຄົວ ສາມາດ ກຸ້ມ ຕົນເອງ, ອີງຕາມ ການເປີດເຜີຍ ຂອງ ຍານາງ ວິໄລຈັນ, ພະນັກງານ ຮັບຈ້າງ ໃນ ຮ້ານ ອາຫານ ເອກຊົນ ແຫ່ງນຶ່ງ ທີ່ ນະຄອນຫລວງ ວຽງຈັນ:

“ໂອ໋ ຕ້ອງ ປຍັດ ແຫລະ ບາງຢ່າງ. ຄັນ ເຮົາ ເຄີຍ ໃຊ້ຈ່າຍ ຟຸມເຟືອຍ, ກໍ ຕ້ອງ ປຍັດ ລົງ. ໄປ ທ່ຽວ ຕອນແລງ, ດຽວນີ້ ກໍ ບໍ່ໄດ້ໄປ ແລ້ວ. ກິນເຂົ້າ ຢູ່ ບ້ານ ໃຫ້ ຫລາຍຂຶ້ນ, ໄປ ງານລ້ຽງ ກໍ ພິຈາຣະນາ ວ່າ ງານນີ້ ສົມຄວນ ໄປ ຫລື ບໍ່?”

ໃນເວລານີ້ ຣາຄາ ສິນຄ້າ ໂດຍ ທົ່ວໄປ ໃນ ລາວ ຖືວ່າ ແພງຂຶ້ນ ຫລາຍ ສົມຄວນ, ໂດຍສະເພາະ ນໍ້າມັນ, ວັສດຸ ກໍ່ສ້າງ, ປຸ໋ຍ ແລະ ເຂົ້າສານ, ເຮັດໃຫ້ ຄ່າຄອງຊີບ ໃນ ລາວ ມີ ການຖີບໂຕ ສູງຂຶ້ນ ຕາມມາ. ດັ່ງນັ້ນ, ຊາວລາວ ທີ່ ໄດ້ຮັບ ຄວາມເດືອດຮ້ອນ ໂດຍກົງ, ບໍ່ວ່າ ຈະເປັນ ພະນັກງານ ຣັຖ ຊັ້ນຜູ້ນ້ອຍ, ພໍ່ຄ້າ, ແມ່ຄ້າ, ພະນັກງານ ຫ້າງຮ້ານ ຕລອດ ຮອດ ປະຊາຊົນ ທົ່ວໄປ, ຈຶ່ງ ຕ້ອງ ເນັ້ນໃສ່ ການປຍັດ, ເປັນຕົ້ນ ແມ່ນ ການຄົວກິນ ເອງ ຢູ່ ບ້ານ ແທນທີ່ ຈະ ອອກໄປ ກິນເຂົ້າ ນອກ ຫລື ອາດຈະ ອອກງານ ສັງຄົມ ຕລອດ ຮອດ ໄປ ຫລິ້ນກິນ ທ່ຽວ ແບບຟຸມເຟືອຍ ໃຫ້ ໜ້ອຍລົງ.

ນອກຈາກນັ້ນແລ້ວ, ບັນຫາ ຄ່າຄອງຊີບ ທີ່ ແພງຂຶ້ນ ນັບມື້ ກໍ ສົ່ງ ຜົນ ຕໍ່ ການທ້ອນເງິນ ຂອງ ຄົນລາວ ນໍາອີກ, ດັ່ງທີ່ ທ່ານ ບົວເງິນ, ຜູ້ປະກອບການ ທີ່ ແຂວງ ຈໍາປາສັກ ກ່າວວ່າ:
 
“ດຽວນີ້ ນໍ້າມັນ ຂຶ້ນ ນີ້ ທຸກຢ່າງ ຂຶ້ນ ທັງໝົດ; ແຕ່ວ່າ ເງິນເດືອນ ທໍ່ເກົ່າ, ເງິນທ້ອນ ກໍ ດຽວນີ້ ທ້ອນບໍ່ໄດ້ ແລ້ວ ເພາະວ່າ ມັນ ໃຊ້ຈ່າຍ ຫລາຍຂຶ້ນ, ເຜີໆ ຈະໄດ້ນໍາເງິນ ອະນາຄົດ ມາໃຊ້ ກູ້ຢືມ ແຫລະ.”

ໃນລະຍະ ຜ່ານມາ, ທາງການ ລາວ ຍັງ ບໍ່ສາມາດ ເຂົ້າໄປ ແກ້ໄຂ ບັນຫາ ສິນຄ້າ ທີ່ ແພງຂຶ້ນ ໄດ້ແຕ່ຢ່າງໃດ, ຍ້ອນ ເປັນ ສົ່ງຜົນ ໂດຍກົງ ຈາກ ພາຍນອກ, ບັນຫາ ອັຕຣາ ເງິນເຟີ້ ໃນ ລາວ ຈຶ່ງ ສູງຂຶ້ນ ນັບມື້ ຢ່າງ ຕໍ່ເນື່ອງ ໃນ ເວລານີ້. ດັ່ງນັ້ນ, ຫລາຍໆ ພາກສ່ວນ, ເປັນຕົ້ນ ເຈົ້າໜ້າທີ່ ພະນັກງານ ຫລື ຜູ້ປະກອບການ ຕ່າງໆ ຈຶ່ງ ຢາກໃຫ້ ພາກຣັຖ ຊ່ອຍ ປັບເພີ້ມ ຄ່າເງິນເດືອນ ແລະ ຄ່າບໍຣິການ ແກ່ ຂະເຈົ້າ ຕາມ ສະພາບການ ໂຕຈິງ ໃນ ປັດຈຸບັນ.

ຄຳສັບ ຊອກຫາຂໍ້ມູນ: ສິນຄ້າ goods

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.