ຄວາມຄິດເຫັນ ກ່ຽວກັບ ການເຂົ້າເປັນ ສະມາຊິກ WTO ຂອງລາວ

ຄວາມຫວັງ ຂອງ ສປປລາວ ທີ່ຈະເຂົ້າ ເປັນສະມາຊິກ ອົງການໆຄ້າໂລກ ໄດ້ຫຍັບໃກ້ ເຂົ້າມາແລ້ວ, ແຕ່ຫລາຍຄົນ, ເປັນຕົ້ນ ນັກທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ ຍັງມີຄວາມສົນໃຈ ຢູ່ວ່າ ເມື່ອເຂົ້າເປັນສະມາຊິກ ການຄ້າໂລກ ແລ້ວ ລາວເຮົາ ຈະໄດ້ຮັບຜົນເສັຽຫາຍ ແນວໃດແດ່.

ຕໍ່ບັນຫານີ້ ທ່ານ ອູ່ສວັນ ທ່ຽງທບວົງສາ ປະທານສະມາຄົມ ນັກທຸຣະກິດນຸ່ມ ຂອງລາວ ​​ໃຫ້ອະທິບາຍເຖິງຜົນປະໂຍດ ທີ່ລາວ ຈະໄດ້ຮັບ ໃນເມື່ອເວລາເຂົ້າເປັນສະມາຊິກ ອົງການໆຄ້າໂລກແລ້ວ ວ່າມັນເປັນສິ່ງທີ່ດີ ເພາະວ່າ ປະເທດລາວ ຈະສາມາດ ສົ່ງສິນຄ້າຂອງຕົນ ອອກສູ່ ຕລາດສາກົນ​ ​ແລະ ສາກົນກໍຈະສາມາດ ສົ່ງສິນຄ້າເຂົ້າມາຂາຍ ໃນຕລາດຂອງລາວໄດ້.

ໃນຂະນະດຽວກັນ ຄວາມທ້າທາຍ ກໍຈະເກີດຂື້ນ ຢ່າງແນ່ນອນ ກັບທຸຣະກິດຂອງລາວ. ທ່ານວ່າ ປັດຈຸບັນ ມີນັກທຸຣະກິດ ຫລາຍຄົນ ບໍ່ເຫັນດີ ຢາກໃຫ້ລາວ ເຂົ້າເປັນສະມາຊິກ ອົງການໆຄ້າໂລກ ເທື່ອ ເພາະເຫັນວ່າ ເງື່ອນໄຂ ຂອງປະເທດ ບໍ່ທັນຕຽມພ້ອມ. ​​ແຕ່ຖ້າເບິ່ງ ຕາມການເຊື່ອມໂຍງ ທາງເສຖກິດ ກັບສາກົນແລ້ວ ລາວກໍຈໍາເປັນຕ້ອງໄດ້ເຂົ້າ.

ຍານາງ ເຂັມມະນີ ພົນເສນາ ຮອງຣັຖມົນຕຣີ ອຸດຫະກັມ​-ການຄ້າ ຂອງລາວກ່າວວ່າ ນັກທຸຣະກິດຂອງລາວ ຈໍາເປັນຕ້ອງໄດ້ ປັບປຸງກິດຈະການ ຂອງຕົນ ເພື່ອຜລິດສິນຄ້າ ທີ່ມີຄຸນະພາບສູງ ແລະແຂ່ງຂັນໄດ້ ໃນຕລາດສາກົນໄດ້. ຖ້າບໍ່ດັ່ງນັ້ນ ຈະພົບກັບ ສິ່ງທ້າທາຍຢ່າງໃຫ່ຽຫລວງ ແລະ ຈະເຮັດໃຫ້ລາວ ເສັຍໂອກາດ ໃຫ້ແກ່ຕ່າງປະເທດ ແທນທີ່ ຈະໄດ້ຮັບ ຜົນປໂຍດ ຈາກການເປັນສະມາຊິກຂອງອົງການນີ້.

ຜ່ານມາ ມີຫລາຍປະເທດໃນເອເຊັຽ ແລະ ຢູໂຣບ ໄດ້ໃຫ້ສິດພິເສດ ຫລາຍຢ່າງ ແກ່ສິນຄ້າລາວ ​ໂດຍເປີດຮັເອົາສິນຄ້າຫລາຍ ປະເພດ ຈາກ ສປປລາວ ແຕ່ ລາວກໍຍັງ ບໍ່ສາມາດສວຍໂອກາດຍາດເອົາຜົນໂຍດນີ້ໄດ້ຕາມທີ່ເງື່ອນໄຂ ໄດ້ເອື້ອອໍານວຍ. ​ໃນນາຄົດ ຕໍ່ໄປ ສິດພິເສດ ທີ່ລາວ ໄດ້ຮັບ ອາດຈະຖືກລືບລ້າງ, ​ແລະ ລາວຍິ່ງຈະປະສົບກັບ ສິ່ງທ້າທາຍ ຫລາຍຂື້ນ.

ສປປ ລາວໄດ້ນີ ຂໍເຂົ້າເປັນສະມາຊິກອົງການການຄ້າໂລກ ໃນປີ 2007 ​ແຕ່ກໍຍັງ ຢູ່ໃນຂັ້ນຕອນພິຈາຣະນາກັນຢູ່ ບໍ່ຮູ້ວ່າ ເມື່ອໃດຈະໄດ້ເຂົ້າ, ອີກດ້ານນື່ງ ລາວເອງກໍກໍາລັງ ປັບປຸງກົດໝາຍແລະ ນະໂຍບາຍ ການຄ້າ ໃຫ້ສອດຂ້ອງ ກັບລະບຽບສາກົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org