ໄຟຟ້າລາວ ມີນະໂຍບາຍ ຊ່ອຍ ປະຊາຊົນ ທີ່ທຸກຍາກ

ການໄຟຟ້າລາວ ມີນະໂຍບາຍຊ່ອຍ ຕິດຕັ້ງໄຟຟ້າ ແກ່ປະຊາຊົນ ທີ່ທຸກຍາກ ຂາດເຂີນ
ໂພໄຊສວັດ
2009.02.16

ທີ່ຜ່ານມາປະຊາຊົນ ຫລາຍຄອບຄົວເຊື່ອວ່າ ທາງໄຟຟ້າລາວ ຈະຊ່ອຍໃຫ້ປະຊາຊົນ ຄອບຄົວທີ່ທຸກຍາກ ໃຊ້ໄຟຟ້າບໍ່ເສັຍເງິນ ຄືໃຊ້ຝຣີ, ຍ້ອນຂ່າວຊ່າລືນີ້ ທາງໄຟຟ້າລາວຈຶ່ງໄດ້ ອອກມາແກ້ຂ່າວວ່າ ຈະຊ່ອຍຜູ້ທຸກຍາກ ຂາດເຂີນແທ້ແຕ່ບໍ່ແມ່ນ          ໃຫ້ໃຊ້ໄຟຟ້າໂດຍທີ່ ບໍ່ຕ້ອງເສັຍຄ່າໄຟ.

ວິສະຫະກິດໄຟຟ້າລາວ ມີນະໂຍບາຍຊ່ອຍເຫລືອ ປະຊາຊົນຜູ້ທຸກຍາກ ທີ່ບໍ່ສາມາດເອົາໄຟຟ້າ ເຂົ້າເຮືອນຊານບ້ານຊ່ອງໄດ້. ຄືຈະຕິດຕັ້ງໝໍ້ນັບໄຟ ຫລື (ກົງເຕີ) ໃຫ້ໃຊ້ລ້າໆຂະນາດ 3,900 ແອມແປ ແຕ່ການຕິດຕັ້ງອຸບປະກອນ ໄຟຟ້າທີ່ຈຳເປັນ              ເຊັ່ນສາຍແລະດອກໄຟ ແມ່ນໄຟຟ້າລາວ ຈະຊ່ອຍອອກໃຫ້ກ່ອນ ໂດຍໃຫ້ແຕ່ລະຄອບຄົບ ຕິດໜີ້ແລະສາມາດ ໃຊ້ຄືນໄດ້ໃນລະຍະ 35ເດືອນ ຫລືປະມານ 3 ປີ.

ຄອບຄົວໃດທີ່ມີສິດ ໄດ້ຮັບການຊ່ອຍເຫລືອ ນີ້ຕ້ອງໄດ້ຮັບການຢັ້ງຢືນ ຈາກອໍານາດປົກຄອງ ບ້ານທີ່ຕົນຢູ່ຢ່າງ ຄັກແນ່ເສັຍກ່ອນ. ເຖິງຢ່ງໃດກໍຕາມ ຄ່າໃຊ້ກະແສໄຟ ປະຈຳເດືອນກໍຕ້ອງ ໄດ້ຈ່າຍເອງຕາມປົກກະຕິ. ຫາກບໍ່ຈ່າຍສອງເດືອນ ຕິດຕໍ່ກັນເດືອນທີສາມ ກະແສໄຟກໍຕ້ອຖືກຕັດ.

ເຖິງຢ່າງໃດກໍດີ ມີຫລາຍໆຄອບຄົວ ທີ່ທຸກຍາກແລະ ບໍ່ສາມາດຕິດຕັ້ງ ອຸບປະກອນໄຟຟ້າ ດ້ວຍຕົນເອງໄດ້ ດັ່ງນັ້ນນະໂຍບາຍ ດັ່ງກ່າວຂອງທາງໄຟຟ້າລາວ ຈະຊ່ອຍໃຫ້ຫລາຍໆຄອບຄົວ ພົບແສງສະວ່າງ ຈາກກະແສໄຟຟ້າ ໃນອະນາຄົດໄກ້ໆນີ້.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.