ລາວ ບໍ່ໄດ້ຮັບ ຜົນກະທົບ ຫຍັງຫລາຍ ຈາກວິກິດການ ການເງິນ

ນັກທຸຣະກິດລາວ ເຊື່ອໝັ້ນວ່າ ວິກິດການ ດ້ານການເງິນ ໃນສະຫະຣັຖ ແລະ ໃນຢູໂຣບ ໃນຂະນະນີ້ ບໍ່ມີຜົນສະທ້ອນ ຮ້າຍແຮງ ຕໍ່ເສຖກິດ ຂອງລາວ ເທົ່າກັບ ວິກິດການ ດ້ານການເງິນ ໃນເອເຊັຽ ເມື່ອປີ 1997.
ສົມເນ ຣາຍງານ
2008.10.14

ທ່ານ ກິ່ງແກ້ວ ຊະນະສົມບູນໄຊ ນັກທຸຣະກິດລາວ ກ່າວວ່າ ວິກິດການ ດ້ານການເງິນ ໃນສະຫະຣັຖ ໄດ້ສົ່ງຜົນສະທ້ອນ ໜັກຕໍ່ຄູ່ຄ້າ​​ໃຫ່ຽ ດ້ວຍກັນເຊັ່ນວ່າ ສົ່ງຜົນສະທ້ອນ ຕໍ່ບັນດາປະເທດ ໃນຢູໂຣບ, ຕໍ່ຍີ່ປຸ່ນ ຫລາຍກ່ວາ ຈະສົ່ງຜົນສະທ້ອນຕໍ່ລາວ ເຖິງແມ່ນວ່າ ນັກລົງທືນລາວ ແລະ ນັກລົງທືນ ຕ່າງຊາໃນລາວ ຈະ​ໃຊ້ເງິນໂດລາ ສະຫະຣັຖໃນການດໍາເນີນ ກິດຈະການກໍດີ. ​


ໃນຂະນະທີ່ ວິກິດການ ດ້ານການເງິນ ໃນບັນດາປະເທດຕະເວັນຕົກ ບໍ່ທັນໄດ້ສົ່ງຜົນສະທ້ອນໜັກ ຕໍ່ທາງເອເຊັຽ ແລະ ຕໍ່ລາວນີ້ ນັກລົງທືນ ໃນລາວ ກໍຄອຍ ຕິດຕາມຖະແຫລງການຂອງພາກຣັຖ ຢ່າງ​ໃກ້ຊິດ​ ​ເພື່ອຢາກ ຮູ້ວ່າ ຣັຖ ມີນະໂຍບາຍຮັບມື ກັບວິກິດການ ນີ້ແບບໃດ:


ບາງເທື່ອ ຕາມການແຈ້ງການ ຂອງທະນາຄານ ວ່າລົງ ກໍວ່າລົງ, ຂື້ນກໍວ່າ ຂື້ນກໍມີ ຈໍານວນນື່ງ ທີ່ວ່າມີຜົນກະທົບ ແຕ່ກໍບໍ່ມີບັນຫາ ເພາະພວກເຮົາເຄີຽປະສົບ ບັນຫາມາຫລາຍປີແລ້ວ. ​ແຕ່ດຽວນີ້ກໍຖືວ່າ ຄ່າເງິນແຂງຂື້ນ ກໍຖືວ່າດີ.”


ທ່ານ ກິ່ງແກ້ວ ໃຫ້ຄວາມເຫັນສ່ວນຕົວ ວ່າ ເສຖກິດ ຂອງປະເທດລາວ ຈະດີຫລືບໍ່ດີນັ້ນ ຂື້ນຢູ່ກັບ ອົງປະກອບ 4 ຂໍ້ຄື: ທຸຣະກິດການສົ່ງອອກ, ການບໍຣິໂພກ ຂອງປະຊາຊົນ, ການລົງທືນ ຂອງເອກະຊົນ, ​ແລະ ການລົງທືນ ຂອງພາກຣັຖ. ສໍາລັບເສຖກິດ ຂອງລາວ ໃນຂະນະນີ້ຢູ່ໃນທ່າຂື້ນ ໂດຍສະເພາະການລົງທືນ ຂອງຕ່າງປະເທດ ​​ໃນດ້ານເຂື່ອນ ຜລິດກະແສໄຟຟ້າ. ທາງການລາວ ຖະແຫລງວ່າ ເສຖກິດ ໃນລາວ ຈະເຕີບໃຫຍ່ຂື້ນ ປະມານ 7.5% ໃນປີນີ້.


ວິກິດການ ທາງດ້ານການເງິນ ໃນສະຫະຣັຖແລະ ໃນຢູໂຣບໃນຂະນະນີ້ ຖືວ່າ ບໍ່ທັນຖືກ ແກ້ໄຂໄດ້​. ກອງປະຊຸມ ຣັຖມົນຕຣີ ການຄັງ ຂອງກຸ່ມ 7 ປະເທດ ທີ່ຮັ່ງມີ​, ກຸ່ມປະເທດ ອຸດສະຫະກໍານ້ອຍ 20 ປະເທດ, ທະນາຄານໂລກ, ​ແລະ ກອງທືນສາກົນ IMF ຢູ່ທີ່ນະຄອນຫລວງວໍຊິງຕັນ ຕົກລົງກັນວ່າ ຈະຊ່ວຍກັນແກ້ໄຂ ວິກິດການດ້າການເງິນ ​​ເພື່ອບໍ່ໃຫ້ມີ ຜົນສະທ້ອນຕໍ່​​ເສຖກິດ ຂອງປະເທດທີ່ກໍາລັງພັດທະນາ ແລະ ປະເທດ ທີ່ຍາກຈົນ ຊື່ງອາໃສ ການລົງທືນ ແລະ ການຊ່ວຍເຫລືອ ຈາກຕ່າງປະເທດ. ຖ້າຫາກວ່າທະນາຄານ ໃນຕ່າງປະເທດ ບໍ່ສາມາດປ່ອຍສິນເຊື່ອ​​ໃຫ້ກັນກູ້ຢືມແລ້ວ ມັນກໍຈະມີ ຜົນກະທົບ ຕໍ່ເສຖກິດ ໃນທົ່ວໂລກໄດ້.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.