ສປປລາວ ຂໍຮ້ອງໃຫ້ຣັສເຊັຽຍົກເລີກໜີ້ສີນທັງໝົດ
2009.01.14
ທາງກາຣສປປລາວ ໄດ້ຂໍຮ້ອງໃຫ້ ທາງກາຣຣັສເຊັຽ ໃດ້ພິຈາຣະນາ ປ່ຽນແປງກຳໜົດແລະງວດຂອງກາຣ ຈ່າຍໜີ້ສີນທັງ ໝົດທີ່ຍັງຄ້າງຢູ່ ນັ້ນຍ້ອນປະສົບ ກັບວິກິຕກາຣດ້ານເສຖກິຈຕົກຕໍ່າ ໃນທົ່ວປະເທສ ເຂຕເອເຊັຽຕາ ເວັນອອກສ່ຽງໃຕ້ ດັ່ງປັຈຈຸບັນນີ້ນັ້ນ ທ່ານ Sergei Mironov ປະທານສະພາ ສູງຂອງຣັສເຊັຽ ໄດ້ແຈ້ງຕໍ່ທາງ ສື່ມວລຊົນໃນມື້ວັນອັງຄາຣນີ້ວ່າ ທຶນກູ້ຢືມທີ່ຣັສເຊັຽ ໄດ້ໃຫ້ແກ່ທາງກາຣ ສປປລາວໃນ ຣະຍະຜ່ານມາ ນັ້ນແມ່ນສຳຫລັບ ກາຣ ພັທນາໃນຫລາຍໆ ໂຄງກາຣໃນທົ່ວປະເທສ ແລະນອກຈາກນັ້ນທາງກາຣຣັສເຊັຽຍັງ ມີກາຣຍົກເລີກ ຫລືບໍ່ຮຽກເອົາໜີ້ ນຳເຖີງ 70% ສ່ວນທີ່ເຫລືອປະມານ 300 ລ້ານດອລລາຣ໌ ສະຫະຣັຖນັ້ນ ທາງກາຣລາວກໍ ຍັງບໍ່ທັນຈ່າຍຄືນ ຕາມກຳໜົດເທື່ອຈົນເທົ່າປັຈຈຸບັນ ນີ້ ທ່ານ Sergei Mironov ໄດ້ແຈ້ງເພີ່ມວ່າ: ຕາມກາຣຕົກລົງໃນຂໍ້ສັນຍາທີ່ທາງ ກາຣກ່ຽວຂ້ອງຣະຫວ່າງ 2ປະເທສໄດ້ ເຊັນຮ່ວມກັນໃນປີ 2003 ແລະທາງສະພາຣັສເຊັຽ ກໍໃຫ້ສັຕຍາບັນ ໄປແລ້ວໃນເດືອນ ທັນວາຜ່ານມາ ທາງກາຣສປປລາວ ຈະຕ້ອງໄດ້ຈ່າຍພາຄ ສ່ວນໜີ້ສິນທີ່ ຍັງຄ້າງ 30% ນັ້ນຄືນ ໃຫ້ແກ່ຣັສເຊັຽ ພາຍໃນ 33 ປີ ຊື່ງແຕ່ລະປີຈະ ຕ້ອງຈ່າຍໃຫ້ໄດ້ 2 ງວດ.ຢ່າງໃດກໍຕາມ ແທນທີ່ຈະ ຈ່າຍຕາມກຳໜົດ ດັ່ງກ່າວທາງກາຣ ລາວຊ້ຳພັດໄດ້ສເນີ ໃຫ້ທາງບໍຣິສັທ ຂອງຣັສເຊັຽທີ່ມີ ໂຄງກາຣສ້າງ ເຂື່ອນພລັງໄຟຟ້າ ຢູ່ເມືອງລາວນັ້ນ ໄດ້ສ້ວຽຫລືຊື້ ເອົາໜີ້ເອົາໜີ້ ຂອງທາງກາຣລາວດັ່ງກ່າວຈາກຣັຖບາລ ຣັສເຊັຽເພື່ອວ່າ ທາງກາຣລາວຈະ ໄດ້ຈ່າຍໜີ້ສີນທີ່ ຍັງຄ້າງທັງໝົດນັ້ນຄືນໃຫ້ແກ່ ທາງບໍຣິສັທອີກ ຕ່າງຫາກພາຍຫລັງ ທີ່ວ່າຈະໄດ້ມີ ຣາຍຮັບຫລືໄດ້ກຳໄຣຈາກກາຣຂາຍ ກະແສໄຟຟ້າ ໃຫ້ຕ່າງປະເທສໃນ ເມື່ອໃດຫາກສ້າງ ເຂື່ອນແລ້ວສຳເຣັຈ!!!