ສິນຄ້າ ຂຶ້ນຣາຄາ ພາຍຫລັງ ນໍ້າຖ້ວມ

ປະຊາຊົນລາວ ໃນແຂວງສະຫວັນນະເຂດ ເຫັນວ່າ ມີການກັກຕູນ ເຂົ້າ ແລະ ສິນຄ້າ ເຮັດໃຫ້ ຣາຄາແພງ ຂຶ້ນຕື່ມ 10 ກວ່າເປີເຊັນ.
ມະນີຈັນ ຣາຍງານ
2008.08.21

ເຫດ​​ໄພນໍ້າ​ຖ້ວມ ​ໃນ​ເຂດ​ແຂວງ ​ສະຫວັນ​ນະ​ເຂດ ​ເລີ່​ມບົກລົງ​ແລ້ວ ແລະ​ ກໍ​ມີ​ບາງ​ບ່ອນ ​ຕາມ​ແຄມ​ຂອງ ທີ່​ຍັງ​ຖ້ວມ​ຢູ່​ແດ່.  ​ໄຮ່ນາ ກໍ​ເສັຽຫາຍ ຣາຄາ​ ສິນຄ້າ-ອາຫານ ​ການ​ກິນ ກໍ​ແພງ​ຂຶ້ນ ​ໂດຍ​ສະ​ເພາະ ​ເຂົ້າສານ  -ຕາມ​ຄໍາ​ເວົ້າ ​ຂອງ​ຊາວ ​ແຂວງ​ສະຫວັນ​ນະ​ເຂດ ທ່ານ​ນຶ່ງ. ທ່ານ ກ່າວ​ວ່າ:

“​ເຂົ້າ​ຢ່າງ​ນີ້ ​ກໍ​ແພງ​​ເກີນ ​ແຕ່​ສ່ວນ​ຫລາຍ ​ແຂວງ​ສະຫວັນ​ນະ​ເຂດ ​ກໍ​ຫລາຍ ​ເຂົ້າ​ຢູ່​ນີ້ ​ແຕ່​ຍາມ​ນີ້ ​ກໍ​ຍາກ​ເດ້ ຄັນ​ມັນ ​ກັກ​ຕູນ​ໄວ້.”

​ແລະ​ວ່າ ນໍ້າ​ຖ້ວມ ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ສະ​ເພາະ ​ບໍຣິ​ເວນ​ແຄມ​ຂອງ ສົ່ງ​ຜົນ​ ໃຫ້​ປະຊາຊົນ ​ເດືອດຮ້ອນ ​ແຕ່​ຕອນ​ນີ້​ ທົ່ວ​ໄປ​ແລ້ວ ນໍ້າກໍ​ລົດ​ລົງ ​ສູ່​ສະພາບ​ ປົກກະຕິ ​​ແດ່ແລ້ວ.  ສ່ວນ​ສິນຄ້າ​ ອຸປະ​ໂພ​ກບໍຣິ​ໂພ​ກ ກໍ​ເຂົ້າ​ມາ ​ລໍາບາກ ​ເຮັດ​ໃຫ້ ຣາຄາ​ແພງ​ຂຶ້ນ ຣະຫວ່າງ 10 ຫາ 20 ​ເປີ​ເຊັນ.  ນອກຈາກ​ນັ້ນ ​ເຂົ້າ​ໃນ​ນາ ກໍ​ຖືກ​ນໍ້າ​ຖ້ວມ-​ເສັຽຫາຍ​ຫລາຍ  ຂະນະ​ທີ່ ​ທາງ​ຮ້ານ​ຄ້າ ກໍ​ມີ​ການ​ກັກ​ຕູນ ​ເຮັດ​ໃຫ້​ມີ​ເຂົ້າສານ ວາງຂາຍໜ້ອຍລົງ ແຕ່​ກໍ​ ບໍ່​ເຖິງ​ກັບ​ຂາດ​ຕະລາດ.

“ອາຫານ​ ການ​ກິນ ​ກໍ​ແພງໜ່ອຍນຶ່ງ ປະມານ 10-20​% ສ່ວນ​ຫລາຍ ​ກໍ​ເຄື່ອງ​ອາຫານ ​ການ​ກິນ ​ເຄື່ອງ​ອຸປະ​ໂພ​ກ​ເປັນ​ພວກ​ຊິ້ນ.”

​ເຂດ​ທີ່ ​ນໍ້າຍັງຖ້ວມ​ຢູ່ ຄື​ເຂດ​ບ້ານ​ຫ້ອມ ຊຶ່ງ​ເປັນ​ເຂດ ​ທີ່​ຕໍ່າ ນໍ້າ​ໄຫລ​ເຂົ້າ ​ໄຮ່ນາ​ຕາກ້າໝົດ. ທາງ​ພາກຣັດ ກໍ​ໄດ້​ລົງ​ໄປ​ເບິ່ງ ​ແລະ ​​ໃຫ້ການ​ຊ່ວຍ​ເຫລືອ ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ໃນ​ເບື້ອງ​ຕົ້ນ​ແລ້ວ.

ຂ່າວ​ຈາກ​ທ້ອງ​ຖິ່ນ ຣາຍງານ​ຕື່ມ​ວ່າ ​ໃນ​ສັປດາ​ນີ້ ອາດ​ຈະ​ມີ​ ພະຍຸ​ລູກ​ນຶ່ງ ພັດ​ຜ່ານ​ເຂົ້າ​ມາ ​ໃນ​ລາວ ​ແຕ່​ກໍ​ບໍ່​ມີ ​ການ​ຄາດ​ຄະ​ເນ ຢ່າງ​ຄັກ​ແນ່ ​​ເຖິງ​ຜົນ​ກະທົບ ທີ່​ລາວ ​ອາດ​ຈະ​ໄດ້​ຮັບ. ​ແຕ່​ເຖິງ​ແນວ​ໃດ ທາງ​ເຈົ້າໜ້າທີ່​ ກ່ຽວຂ້ອງ​ ຂອງ​ລາວ ກໍ​ຍັງ​ສັງ​ເກດ​ການ-​ເກັບ​ຕົວຢ່າງ ການ​ວັດ​ແທກ​ນໍ້າ​ອອກ ຕລອດ 24 ຊົ່ວ​ໂມງ ​ໂດຍ​ສະ​ເພາະ ​ໃນ​ເຂດ​ແຂວງ​ຈໍາປາ​ສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.