ພວກທີ່ ບໍາບັດ ໄປແລ້ວ ຍັງກັບມາສູບຝິ່ນ ຢູ່

ຄົນຕິດຢາຝິ່ນ ໃນແຂວງຊຽງຂວາງ ທີ່ໄດ້ຮັບ ການປິ່ນປົວດີແລ້ວ ແຕ່ຍັງກັບມາ ຕິດຄືນໃໝ່ອີກ ເປັນບັນຫາ ໃຫ້ກັບທາງການລາວ.

ນອກຈາກ ບັນຫາການລັກປູກຝິ່ນ ທີ່ເກີດມີ ຢູ່ເລື້ອຍໆ ກໍຍັງມີບັນຫາ ຊາວບ້ານ ທີ່ໄດ້ຮັບ ການບໍາບັດ ຈາກການຕິດຝິ່ນ ໄປແລ້ວແຕ່ກັບ ຕິດຝິ່ນຄືນອີກ ຊຶ່ງຖືເປັນ ບັນຫາສໍາຄັນ ອັນນຶ່ງ ທີ່ຈະຕ້ອງ ໄດ້ຮັບການແກ້ໄຂ ໂດຍດ່ວນ ຫາກຈະຕັດບັນຫາຝິ່ນໃຫ້ໝົດໄປ.

ທ່ານ ບຸນໂຮມເທດທານີ ຫົວໜ້າຫ້ອງການ ຕ້ານຢາເສບຕິດ ແຂວງ ຊຽງຂວາງ ​ກ່າວ​ວ່າ:

ໂຕນີ້ກໍມີ 50 ສ່ວນຮ້ອຍ ຈໍານວນ ທີ່ເຮົາໄດ້ບໍາບັດໄປແລ້ວ ກັບຄືນມາກິນອີກ ຖືວ່າ ການບໍາບັດ ມັນກໍ ຍຸ້ງຍາກເພາະເຮົາ ບໍ່ມີສູນ ທຶນທີ່ເຮົາ ໄດ້ຮັບ ຂະເຈົ້າ ກໍບໍ່ໃຫ້ຈໍານວນ ທີ່ກິນຄືນ ຈະບໍ່ມີທຶນບໍາບັດໃຫ້ ສະເພາະ ຈະບໍາບັດແຕ່ຈໍານວນ ທີ່ຍັງບໍ່ທັນໄດ້ບໍາບັດຈັກເທື່ອ.”

ທ່ານ ບຸນໂຮມ ໄດ້ກ່າວຕື່ມ ອີກວ່າ ທີ່ຜ່ານມາ ທາງການ ກ່ຽວຂ້ອງ ສາມາດປິ່ນປົວຜູ້ຕິດຝິ່ນ ພາຍໃນແຂວງໄດ້ຫລາຍພໍສົມຄວນ ຊຶ່ງເວລານີ້ ມີຜູ້ລໍຖ້າ ການບໍາບັດ ຮັກສາ ປະມານ 1,000 ກວ່າຄົນ ທໍ່ນັ້ນແຕ່ກໍຍັງມີ ຊາວບ້ານ ຈໍານວນ ບໍ່ໜ້ອຍ​ ​ໂດຍສະເພາະ ຜູ້ມີອາຍຸ ຈະຫວນກັບມາ ຕິດຄືນໃໝ່ອີກ ຍ້ອນຄວາມເຄີຍຊິນແລະ ຂາດງົບປະມານ ທີ່ຈະໄປ ຕິດຕາມແລະ ກວດກາ ປິ່ນປົວສຸຂພາບ ພວກຂະເຈົ້າ ຢ່າງຕໍ່ເນື່ອງ.

ທ່ານເວົ້າ ອີກວ່າ ທຶນທີ່ໄດ້ຮັບຈາກພາຍນອກແມ່ນໃຊ້ສໍາລັບ ປິ່ນປົວ ຜູ້ທີ່ ຕິດໃໝ່ທໍ່ນັ້ນແລະ ການປິ່ນປົວກໍມັກໃຊ້ ສຸຂສາລາ ຫລື ນາຍໝໍ ຄື່ນທີ່ ຊຶ່ງຈະຊ່ອຍບໍ່ໄດ້ຢ່າງທົ່ວເຖິງ ດັ່ງນັ້ນ ທາງແຂວງກໍກໍາລັງ ຊອກຫາ ງົບປະມານ ເພື່ອມາສ້າງຕັ້ງ ສູນບໍາບັດແລະ ຟື້ນຟູ ຜູ້ທີ່ຕິດຝິ່ນຂື້ນເພື່ອໃຫ້ການຊ່ອຍເຫລືອໄດ້ປະສິດທິພາບກວ່າເກົ່າ.

ເຖິງຢ່າງໃດກໍດີ ນອກຈາກ ການແກ້ໄຂ ບັນຫາ ການກັບຫວນມາກິນຝິ່ນ ຄືນອີກແລະ ການກວດກາການລັກປູກຝິ່ນຄືນ ທາງການ ຍັງຕ້ອງໄດ້ ຊອກວິຊາຊີບອື່ນ ໃຫ້ແກ່ ພວກທີ່ເຄີຍປູກຝິ່ນນີ້ອີກເພາະເມື່ອເລີກປູກຝິ່ນແລ້ວ ພວກຂະເຈົ້າ ຕ້ອງໄດ້ ຫາການຜລິດ ຢ່າງອື່ນທົດແທນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org