ການຕໍ່ຕ້ານຢາເສບຕິດ ໃນລາວ

ທາງການລາວວ່າ ຢາເສບຕິດ ໃນລາວ ຈະບໍ່ໝົດໄປໄດ້ງ່າຍໆ ເພາະລາວ ເປັນທາງຜ່ານ ຂອງການຂົນສົ່ງ ເຄື່ອນຍ້າຍ.
ໂພໄຊສວັດ
2010.10.28

ກົດຟັງສຽງ

ທາງການລາວວ່າ ບັນຫາຢາເສບຕິດ ໃນລາວ ຈະບໍ່ໝົດໄປໄດ້ງ່າຍໆ ຍ້ອນວ່າລາວເປັນ ທາງຜ່ານ ໃນການຂົນສົ່ງເຄື່ອນຍ້າຍ ໄປສູ່ປະເທດ ເພື່ອນບ້ານ ແລະການປາບປາມ ຄວບຄຸມກໍຍັງບໍ່ເປັນ ລະບຽບ ແລະໄດ້ມາຕຖານ ທັງການຈັບກຸມຜູ້ຄ້າ ຢາເສບຕິດກໍຍັງ ບໍ່ເຂັ້ມງວດພຽງພໍ. ດັ່ງເຈົ້າໜ້າທີ່ຈາກ ຫ້ອງການຄະດີ ຢາເສບຕິດ ນະຄອນຫລວງວຽງຈັນ ເວົ້າວ່າ:

"ເຫລືອຫລາຍດຽວນີ້ ເວົ້າແທ້ມັນເປັນທາງຜ່ານ ຫລາຍກວ່າ ມັນຫລາຍໆຂະເຈົ້າ ຂົນຜ່ານລາວ ໄປກຳພູຊາ ໄປໄທ ແຕ່ວ່າຈຳນວນນຶ່ງ ກໍເອົາມາຂາຍຢູ່ນີ້ ຄືກັນ ເດັກນ້ອຍລາວກໍຕິດ ຄືກັນ ຕິດຢາບ້າ ອັນຕະລາຍຕໍ່ສັງຄົມ ລາວຫລາຍ".

ເຈົ້າໜ້າທີ່ເວົ້າຕໍ່ໄປວ່າ ຄະດີຢາເສບຕິດ ສ່ວນຫລາຍຈະເປັນ ປະເພດຢາບ້າ ແລະຮອງລົງມາກໍແມ່ນ ຄະດີປະເພດຢາ ເຮໂຣອິນ. ຄະດີຢາເສບຕິດ ຈະມີຫລາຍກວ່າ ຄະດີອື່ນໆ ຫາກປຽບທຽບໃສ່ກັນ.
ເຖິງວ່າເຈົ້າໜ້າທີ່ ຈະພຍາຍາມເຂັ້ມງວດ ຄວບຄຸມປາບປາມ ແລະເອົາຈິງເອົາຈັງ ໃນການຈັບກຸມຜູ້ຄ້າ ແລະເສບຢາເສບຕິດ ກໍຕາມ ແຕ່ກໍຍັງມີຂໍ້ບົງພ່ອງ ບາງປະການ ຈົນເຮັດໃຫ້ບໍ່ ສາມາດ ຈັບກຸມເອົາຜູ້ ກະທຳຜິດ ມາລົງໂທດໄດ້. ເຈົ້າໜ້າທີ່ ອະທິບາຍອີກວ່າ:

"ກໍບົກພ່ອງ ບາງເທື່ອນີ້ເຮົາ ກໍຈັບຄົນໄດ້ຢູ່ ແຕ່ວ່າຈັບຂອງກາງບໍ່ໄດ້ ຫລືບາງເທື່ອນີ້ ຈັບຄົນໄດ້ແລ້ວ ກໍເອົາຕົວຫລົບໜີໄປ ກໍມີ ມັນມີຫລາຍຂັ້ນຕອນຢູ່ ເຈົ້າໜ້າທີ່ ຊິເປັນເຈົ້າໜ້າທີ່ ບໍ່ລະອຽດຮອບຄອບ ປານໃດ".

ເຖິງວ່າທີ່ຜ່ານມາ ທາງການລາວ ໄດ້ຕັດສິນລົງໂທດ ຜູ້ກະທຳຜິດຖານຄ້າ ຫລືເສບຢາເສບຕິດ ສະຖານໜັກ ແລະເຄີຍທຳລາຍຢາ ທີ່ຍຶດມາໄດ້ນັ້ນຖິ້ມ ແຕ່ບັນຫາ ຢາເສບຕິດ ກໍຍັງບໍ່ສາມາດແກ້ໄຂ ປາບປາມ ໃຫ້ໝົດໄປໄດ້ເທື່ອ ຈຶ່ງເຮັດໃຫ້ມີຄວາມ ບໍ່ສງົບໃນສັງຄົມ ເລື້ອຍມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.