ຢາເສພຕິດແລະຕັດໄມ້ ຍັງເປັນບັນຫາແກ້ຍາກ

ບັນຫາ ຢາເສບຕິດ ແລະການຕັດໄມ້ ທໍາລາຍປ່າ ເປັນບັນຫາ ທີ່ທາງການ ເມືອງພູກູດ ແຂວງຊຽງຂວາງ ຕ້ອງໄດ້ເອົາໃຈໃສ່ ຢ່າງຈິງຈັງ.
ໂພໄຊສວັດ
2010.10.19

ກົດຟັງສຽງ

ບັນຫາຢາເສບຕິດ ແລະການຕັດໄມ້ ທຳລາຍປ່າ ຢູ່ເຂດເມືອງພູກູດ ແຂວງຊຽງຂວາງ ເປັນບັນຫາທີ່ສ້າງ ຄວາມບໍ່ສງົບສຸຂ ພາຍໃນ. ຖ້າຈະທຽບໃສ່ ເມືອງໃຫຍ່ໆ ບັນຫາ ດັ່ງກ່າວ ຈະບໍ່ມີຫລາຍ ກໍຕາມ. ເຈົ້າໜ້າທີ່ຫ້ອງການ ເມືອງພູກູດ ແຂວງຊຽງຂວາງ ໄດ້ອະທິບາຍວ່າ:

"ສຳລັບ ຢູ່ເມືອງພູກູດ ກ່ຽວກັບບັນຫາ ປາກົດການຫຍໍ້ທໍ້ ແມ່ນໂດຍສະເພາະ ແມ່ນບັນຫາເຣື້ອງ ຢາເສບຕິດ ບັນຫາເຣື້ອງ ການຕັດໄມ້ ທຳລາຍປ່າ ຂອງປະຊາຊົນ ອັນນີ້ແມ່ນພວກ ຂ້າພະເຈົ້າ ກໍແມ່ນໄດ້ເອົາ ໃຈໃສ່ສຸດຂີດ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເຖິງແມ່ນວ່າ ທີ່ຜ່ານມາ ທາງອຳນາດປົກຄອງ ເມືອງພູກູດ ໄດ້ເອົາມາຕການ ຄວບຄຸມປາບປາມ ພຍາຍາມແກ້ໄຂ ບັນຫາດັ່ງກ່າວ ຢ່າງເຂັ້ມງວດ ກໍຕາມ ແຕ່ກໍຣະນີ ບັນຫາຢາເສບຕິດ ແລະ ການຕັດໄມ້ ທຳລາຍປ່າ ກໍຍັງບໍ່ຫລຸດຜ່ອນ ລົງເລີຍ. ສຳລັບບັນຫາ ຢາເສບຕິດ ສາເຫດກໍມາຈາກ ຄວາມຄຶກຄະນອງ ຂອງກຸ່ມຊາວໜຸ່ມ ເຍົາວະຊົນ ແລະ ພວກກັມມະກອນ ທີ່ຍັງເສບ ຢາເສບຕິດ ຢ່າງແພ່ຫລາຍ ເພື່ອເຮັດໃຫ້ ພວກຂະເຈົ້າ ເຮັດວຽກໜັກ ໄດ້ດົນທົນທານ.

ສ່ວນບັນຫາເຣື້ອງ ການຕັດໄມ້ນັ້ນ ກໍຍັງມີຊາວບ້ານ ທີ່ອາສັຍຢູ່ຕາມ ເຂດປ່າທີ່ລັກຕັດໄມ້ ໄປຂາຍໃຫ້ນາຍທຶນ ຊຶ່ງມີລາຍໄດ້ດີ ກວ່າອາຊີພອື່ນ. ເຈົ້າໜ້າທີ່ເວົ້າ ສລຸບວ່າ ການແກ້ໄຂບັນຫາ ຢາເສບຕິດ ເຈົ້າໜ້າທີ່ປ້ອງກັນ ຄວາມສງົບໃນ ເມືອງພູກູດ ກໍໄດ້ກວດຈັບ ພວກຊາວໜຸ່ມ ເຍົາວະຊົນ ແລະພວກ ກັມມະກອນ ເພື່ອໄປອົບຮົມ ໃຫ້ຮູ້ເຖີງ ອັນຕະລາຍ ຂອງຢາເສບຕິດ.

ສຳລັບການຕັດໄມ້ ທຳລາຍປ່າ ແລະ ການເຄື່ອນຍ້າຍໄມ້ເຖື່ອນ ກໍມີການຈັບ ຍຶດໄມ້ໄວ້ເປັນ ຂອງກາງ ແລະດຳເນີນຄະດີ ປັບໃໝໃສ່ໂທດ ຜູ້ກະທຳຜິດ ກົດໝາຍ ເລື້ອຍໆມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.