ຄະດີໂທດປະຫານ ພວກຄ້າຢາບ້າ
2010.09.10
ກ່ຽວກັບຄະດີ ນັກໂທດ ຄ້າຢາບ້າ 4 ຄົນ ທີ່ສານຂັ້ນຕົ້ນ ນະຄອນຫລວງ ວຽງຈັນ ໄດ້ຕັດສິນ ລົງໂທດ ປະຫານຊີວິດ ນັ້ນ ປັດຈຸບັນ ທາງອັຍການ ພາກກາງ ກໍາລັງຄົ້ນຄວ້າ ຂໍ້ມູນ ການຕັດສີນ ຄະດີ ຂອງສານຂັ້ນຕົ້ນ ຢູ່ເພື່ອຖແລງການ ແລະ ສົ່ງຕໍ່ໄປຍັງ ສານພາກກາງ ເພື່ອຕັດສີນ ຄະດີ ຕາມທີ່ທ່ານ ອັຍການພາກກາງ ນະຄອນຫລວງ ວຽງຈັນ ໄດ້ກ່າວ:
"ກໍາລັງຄົ້ນຄວ້າ ຢູ່ ບໍ່ທັນສົ່ງ ຍັງບໍ່ທັນ ຖແລງໄປ ໃຫ້ສານເທື່ອ ກໍປະມານ 10 ປາຍ ມື້ນີ້ແຫລະ ຄັ້ນຄະດີທີ່ ມັນບໍ່ຍາກ ຄະດີມັນຍາກ ກໍດົນຕື່ມ ຫນ້ອຍນື່ງ".
ທ່ານວ່າ ອັຍການ ພາກກາງ ມີໜ້າທີ່ ກວດກາຂໍ້ມູນ ແລະ ຫລັກຖານຕ່າງໆ ທີ່ທາງສານ ຂັ້ນຕົ້ນ ໄດ້ໃຊ້ເພື່ອ ຕັດສີນ ຄະດີວ່າ ມີຄວາມຖືກຕ້ອງ ແລະຄົບຖ້ວນ ສົມບູນ ຫລືບໍ່. ເມື່ອເຫັນວ່າມີ ຄວາມຖືກຕ້ອງ ແລ້ວ ທາງອັຍການ ພາກກາງ ກໍຈະຢັ້ງຢືນ ຄວາມຖືກຕ້ອງ ແລະສົ່ງຕໍ່ໄປ ຍັງສານ ພາກກາງ ເພື່ອຕັດສີນ ຄະດີ ແລ້ວສົ່ງຕໍ່ໄປ ຍັງສານ ຂັ້ນສູງ. ກ່ຽວກັບຄະດີ ຜູ້ຄ້າຢາບ້າ 4 ຄົນ ທີ່ຖືກຕັດສີນ ປະຫານຊີວິດ ແລ້ວນີ້ ນັກວິຊາການ ດ້ານກົດໝາຍ ໃຫ້ຄໍາເຫັນວ່າ:
"ຫລັກຖານ ຢູ່ຂັ້ນຕົ້ນ ມັນກໍຣັດກຸມ ແລ້ວຈື່ງໄດ້ ລົງຄໍາ ຕັດສີນໄດ້. ຄັນເບິ່ງຂໍ້ມູນ ຫລັກຖານ ທີ່ສານຂັ້ນຕົ້ນ ໄດ້ພິຈາຣະນາ ຜ່ານມາ ກໍຖືວ່າ ຕ້ອງໄດ້ປະຫານ ແຕ່ວ່າ ກົດໝາຍ ໃຫ້ສິດເຂົາເຈົ້າ ໃນການຂໍ ອຸູທອນ ປະຕິບັດ ຕາມລະບຽບ ທີ່ກົດໝາຍ ໄດ້ກໍານົດໃຫ້".
ນັກໂທດ ຄ້າຢາບ້າ 4 ຄົນ ນີ້ກໍມີຄື ທ້າວ ທອງພັນ ບັນດິດວງ, ທ້າວ ແສງອຸທິດ ຈັນທະນັນ, ທ້າວ ໂຕບີ້ ແລະທ້າວ ໃຊວິຈິດ. ຖືກຈັບຢູ່ ເມືອງວັງວຽງ ພ້ອມດ້ວຍຂອງກາງ ຢາບ້າ ຈໍານວນ 2,000 ກິໂລກຣາມ. ຖືກຕັດສີນ ປະຫານຊີວິດ ເມື່ອວັນທີ 29 ກໍຣະກະດາ ປີ 2010.