ປະຊາຊົນແຂວງ ຫລວງນໍ້າທາ ກວ່າ 10,000 ຄອບຄົວ ຍັງລໍຖ້າການຊ່ອຍເຫລືອ

ປະຊາຊົນແຂວງ ຫລວງນໍ້າທາ ກວ່າ 10,000 ຄອບຄົວ ຍັງລໍຖ້າການຊ່ອຍເຫລືອ ດ້ານອາຊີບ ທົດແທນ ຫລັງຈາກ ເຊົາປູກຝິ່ນ
ໂພໃຊສະວັດ
2009.01.12

ແຂວງຫລວງນໍ້າທາ ເປັນແຂວງນຶ່ງ ທີ່ສາມາດ ແກ້ໄຂບັນຫາຫລຸດຜ່ອນ ການປູກຝິ່ນໄດ້ ຢ່າງພໍໃຈ ນັບແຕ່ປີ 2005 ເປັນຕົ້ນມາ ເຖິງປັດຈຸບັນນີ້ ຍັງມີປະຊາຊົນ ຊາວບ້ານ ກວ່າ 10,000ຄອບຄົວ ທີ່ເລີກເຊົາ ປູກຝິ່ນແລ້ວ ແລະ ຍັງລໍຖ້າ ການຊ່ອຍເຫລືອ ດ້ານອາຊີບທົດແທນ ແລະ ການຊ່ອຍເຫລືອ ທີ່ຈໍາເປັນ ເພື່ອເຮັດໃຫ້ ຊີວິດ ການເປັນຢູ່ ຂອງພວກຂະເຈົ້າດີຂື້ນ ດັ່ງທ່ານ ເພັງພະວັນ ຫົວໜ້າພະແນກການ ແລະ ການລົງທຶນ ແຂວງຫລວງນໍ້າທາ ຊີ້ແຈງວ່າ:

ຍັງມີປະມານກວ່າ 10,000 ຄອບຄົວ ກໍມີຫລາຍດ້ານ ທີ່ທາງປະຊາຊົນ ຍັງຕ້ອງການຄວາມຊ່ອຍເຫລືອ ຈະແມ່ນດ້ານ ພັດທະນາພື້ນຖານ ຫລືເງື່ອນໄຂ ເພື່ອພັດທະນາ ຈັດສັນ ອາຊີບຂອງໂຕເອງ

ທ່ານ ເພັງພະວັນ ອະທິບາຍເພີ້ມຕື່ມວ່າ ທີ່ຜ່ານມາ ການຊ່ອຍເຫລືອ ຈາກທາງສູນກາງ ແລະ ອົງການຈັດຕັ້ງສາກົນ ກໍສາມາດຊ່ອຍເຫລືອ ດ້ານອາຊີບທົດແທນໄດ້ ເປັນຕົ້ນ ການປູກຝັງພືດສິນຄ້າຕ່າງໆ ແລະ ການລ້ຽງສັດ ຮວມໄປເຖິງການ ສ້າງໂຄງຮ່າງພື້ນຖານ ແລະ ການໃຫ້ຢືມເງິນທຶນຂະນາດນ້ອຍ ແກ່ຊາວບ້ານ ເພື່ອໃຫ້ ຂະເຂົ້າເຊົາປູກຝິ່ນ. ແຕ່ຍັງມີ ປະຊາຊົນຊາວບ້ານ ກວ່າ 10,000ຄອບຄົວ ທີ່ຍັງບໍ່ທັນມີ ອາຊີບທີ່ໝັ້ນຄົງ ຈຶ່ງຍັງລໍຖ້າການ ຊ່ອຍເຫລືອ ຈາກພາກສ່ວນກ່ຽວຂ້ອງຢູ່ ກ່ອນທີ່ຂະເຈົ້າຈະ ກັບໄປປູກຝິ່ນອີກ ດັ່ງນັ້ນຈຶ່ງເປັນບັນຫາ ໃນການຄວບຄຸມ ແລະ ກວດກາ ຂອງທາງການ ຢູ່ຕລອດເວລາ ດັ່ງ ທ່ານ ເພັງພະວັນ ໄດ້ເວົ້າກ່ຽວກັບເຣື້ອງນີ້ວ່າ:

ຕົວນີ້ແນ່ນອນ ກໍຍັງມີຢູ່ ແຕ່ເຈົ້າໜ້າທີ່ກ່ຽວ ຂ້ອງກໍພະຍາຍາມ ຄຸ້ມຄອງ ພະຍາຍາມກວດກາຢູ່ ເຫັນວ່າຢູ່ ທ້ອງຖິ່ນໃດ ມີປາກົດການ ປູກຝິ່ນຄືນນັ້ນ ກໍໄດ້ດໍາເນີນການ ຈໍາກັດ ແລະ ແນະນໍາ ໃຫ້ ຂະເຈົ້າໄປເຮັດ ອາຊີບອັນອື່ນ

ເຖິງຢ່າງໃດກໍດີ ນອກຈາກ ຄວາມພະຍາຍາມ ຊອກຫາການຊ່ອຍເຫລືອ ດ້ານອາຊີບທົດແທນແລ້ວ ທາງການຍັງ ຕ້ອງຄວບການກິນຝິ່ນຄືນ ຂອງພວກຊາວບ້ານອີກ ຫາກບໍ່ສາມາດຄວບຄຸມໄດ້ ກໍຈະ ສ້າງບັນຫາ ໃນການ ປູກຝິ່ນຄືນ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.