ບໍ່ແກ້ວຕັ້ງສະກັດ ຢາເສບຕິດ ໃນຊ່ວງບຸນປີໃໝ່

ກອງປ້ອງກັນ ຄວາມສງົບ ແຂວງບໍ່ແກ້ວ ເພີ່ມການຕັ້ງດ່ານ ກວດກາສະກັດ ກຸ່ມລັກຄ້າ ຢາເສບຕິດ ໃນຊ່ວງ ບຸນປີໃໝ່ນີ້.

ກອງປ້ອງກັນຄວາມ ສງົບ ແຂວງບໍ່ແກ້ວ ເພີ່ມການຕັ້ງດ່ານ ກວດກຸ່ມລັກຄ້າ ຢາເສບຕິດ ຕາມເສັ້ນທາງສາຍ ຕ່າງໆ ທີ່ອາດຈະສວຍ ໂອກາດຂົນສົ່ງ ໃນຊ່ວງບຸນ ປີໃໝ່ ນີ້. ກ່ຽວກັບເລື່ອງນີ້ ທ່ານ ສົມລີ ວິໄລສານ ຮອງຫົວໜ້າຫ້ອງການ ຢາເສບຕິດ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ວ່າ:

"ມີແຕ່ໃຫ້ພນັກງານ ສະກັດກັ້ນຈຸດ ຜ່ານຊື່ໆ ດັກກວດຕາມເສັ້ນ ທາງສະກັດກັ້ນ ໄວ້ກ່ອນ ບໍ່ໃຫ້ມັນເຂົ້າມາ ເຮົາກວດເຂັ້ມງວດ ມັນກໍບໍ່ມາ ຕາມສາຍທາງ ດັກກວດຈຸດ ຕ່າງໆ ທີ່ມີຄວາມສ່ຽງຕໍ່ ກຸ່ມຈະເຄື່ອນຍ້າຍ".

ທ່ານກ່າວຕື່ມອີກວ່າ ນອກຈາກການ ຈັດຕັ້ງດ່ານກວດ ຕາມຈຸດທີ່ມີ ຄວາມສ່ຽງຕ່າງໆ ແລ້ວທາງ ປ.ກ.ສ. ແຂວງ ຍັງໄດ້ສົ່ງເຈົ້າໜ້າທີ່ ຈຳນວນນຶ່ງ ຄອຍຕິດຕາມ ແລະ ເຝົ້າລະວັງ ກຸ່ມດັ່ງກ່າວຕື່ມອີກ ຊຶ່ງທີ່ຜ່ານມາ  ປ.ກ.ສ. ແຂວງ ສາມາດຈັບ ຜູ້ກະທຳຜິດ ໄດ້ພຽງ ລາຍຍ່ອຍເທົ່ານັ້ນ. ສ່ວນວ່າ ພວກລັກຄ້າ ຢາເສບຕິດ ລາຍໃຫຍ່ ນັ້ນ ຍັງບໍ່ທັນ ສາມາດຈັບໄດ້ ເນື່ອງຈາກວ່າ ພວກຄ້າລາຍຍ່ອຍ ທີ່ນຳຢາເສບຕິດ ມາຂາຍນັ້ນ ບໍ່ຍອມເປີດເຜີຍ ທີ່ມາຂອງ ຢາເສບຕິດ.

ທ່ານສົມລີ ວ່າ ສຳລັບແຂວງບໍ່ແກ້ວ ໃນລະຍະທີ່ ຜ່ານມາຈົນເຖິງ ປັດຈຸບັນນີ້ ຢາບ້າຖືເປັນ ຢາເສບຕິດ ທີ່ມີການຣະບາດ ຫລາຍທີ່ສຸດ ຊຶ່ງສ່ວນໃຫຍ່ ລັກຂ້າມເຂົ້າມາ ຈາກ ປະເທດພະມ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org