ເຍົາວະຊົນ ແຂວງບໍ່ແກ້ວ ຕິດຢາບ້າ

ບັນຫາ ເຍົາວະຊົນ ຕິດຢາບ້າ ໃນແຂວງບໍ່ແກ້ວ ຍັງມີ ຢູ່ຕໍ່ໆໄປ ທັ້ງໆ ທີ່ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ພະຍາຍາມ ຄວບຄຸມ ແລະ ສືກສາອົບຣົມ ຜ່ານສື່ມວນຊົນ ກໍຕາມ.

ນອກນັ້ນ ຍັງມີຜູ້ຕິດຢາບ້າ ຈໍານວນຫລາຍຄົນໃນເຂດເທດສະບານເມືອງບໍ່ແກ້ວ ທີ່ຍັງ ບໍ່ສາມາດປິ່ນປົວຫລືບໍາບັດໃຫ້ຫາຍດີໄດ້, ຕາມທີ່ເຈົ້າໜ້າທີ່ລາວ ໄດ້ອະທິບາຍໃຫ້ຊາບ:

ສ່ວນມາກ ຈະແມ່ນຢາບ້າ ສ່ວນມາກ ຈະເປັນວັຍ​ນຸ່ມ ອາຍຸ ປະມານ 10 ກ່ວາ-20 ກ່ວາ. ດຽວນີ້ກໍມີການຄວບຄຸມ ກັນຢູ່, ​ແຕ່ວ່າພະຍາຍາມ​ໃຊ້ ກ່ຽວກັບສື່ການໂຄສະນາ. ​ເຈົ້າໜ້າທີ່ ກໍາລັງ ກໍາຈັດ ແລະ ກວດເຂັ້ມ ກັນຢູ່. ສ່ວນໃຫ່ຽ ກໍຍັງຢູ່ ສ່ວນເລັກນ້ອຍ ກໍເລັດລອດໄປ.”

ທ່ານວ່າ ໃນຈໍານວນຜູ້ຕິດຢາບ້າ ນັ້ນ ບໍ່ມີພຽງແຕ່ ເຍົາວະຊົນເທົ່ານັ້ນ, ​ແຕ່ຍັງມີ ທັງກໍາມະກອນ ຜູ້​ໃຊ້ແຮງງານໜັກ ອີກດ້ວຍ. ໃນສະຖານທີ່ ບໍາບັດຜູ້ຕິດຢາບ້ານີ້ ຍັງມີຜູ້ຕິດ ຢາບ້າ ຫລາຍທີ່ສຸດ ທີ່ ຕ້ອງການປິ່ນປົວໃຫ້ດີ, ​ແຕວ່າ ທາງສູນ ບໍາບັດຂາດເຂີນ ງົປມານຫລາຍ.

ດຽວນີ້ ມີເຢິະ ປະມານ 100-200 ກ່ວາ ສະເພາະ ໃນເທດສະບານ 10 ກ່ວາ ໝູ່ບ້ານ ເນື່ອງຈາກວ່າ ກ່ຽວກັບ ທືນ ທີ່ໃຫ້ຜູ້ຂົ້ບໍາບັດນັ້ນ ມັນບໍ່ພຽງພໍ ມີນ້ອຍເກີນໄປ.”

ໃນຈໍານວນ ທີ່ຜ່ານການ ບໍາບັດນັ້ນ ບາງຄົນ ກໍຕັດສີນໃຈໄດ້, ບາງຄົນ ກໍຕັດສີນໃຈ ບໍ່ໄດ້ ຫລືວ່າເລີກກິນຢາບ້າແລ້ວ ຍັງຫວນກັບມາກິນ ຄືນອີກ. ກໍາມະກອນຜູ້​ໃຊ້ ແຮງງານໜັກ ມັກຈະຕິດ ຢາບ້າເນື່ອງຈາກວ່າ ຫລັງຈາກ ທີ່ເຂົາ​​ເຈົ້າ ກິນຢາບ້າເຂົ້າໄປແລ້ວ ເຂົາຮູ້ສືກວ່າ ມີກໍາລັງ​ ​ແຂງແຮງ​, ​ແຕ່ວ່າ​​ເມື່ອຕິດຢາບ້າແລ້ວ ເຂົາຕ້ອງ ເປັນຂ້ອຍຂ້າຢາບ້າ ອດໄປ ແລະ ໃນທີ່ສຸດ ຈະເປັນຄົນເສັຽເສັ້ນປະສາດ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org