ກົດໝາຍ ປາບປາມ ຢາເສບຕິດ
ທາງກາຣ ແຂວງວຽງຈັນ ມີນະໂຍບາຍ ທີ່ຈະປັບປຸງ ກົດໝາຍ ແລະ ກຳຈັດ ບັນຫາ ຢາເສພຕິດ.
-
ຫວາດ ສີມູນ ຣາຍງານ
2008-10-21 -
-
-
ບັນຫາ ຢາເສພຕິດ ຍັງມີແຜ່ຫລາຍ ໃນເຂຕແຂວງວຽງຈັນ ຈົນເທົ່າ ປັຈຈຸບັນນີ້ ແຕ່ທາງກາຣ ກ່ຽວຂ້ອງ ກໍວ່າ ມີກາຣວາງແຜນ ເພື່ອປາບປາມ ແລະ ແກ້ໄຂ ໃຫ້ໄດ້ ດັ່ງເຈົ້າໜ້າທີ່ ໃນຄະນະກັມມະກາຣ ຄວບຄຸມແລະ ປ້ອງກັນ ຢາເສພຕິດ ຜູ້ໜື່ງ ໄດ້ກ່າວວ່າ:
“ກາຣແກ້ໄຂ ດຽວນີ້ ແຂວງວຽງຈັນ ພວກເຮົາ ເອົາກົດໝາຍລົງໄປ ສຶກສາ ອົບຮົມ ໃຫ້ກຸ່ມ ເປົ້າໝາຍ ເພາະວ່າ ຣັຖບາລ ເຮັດກົດໝາຍ ຢາເສພຕິດ ຫາທາງອອກນີ້ ຢາກໃຫ້ພວກເຮົາ ເອົາໄປເຜີຍແພ່ ໃຫ້ພະນັກງານ ໃຫ້ຂັ້ນເມືອງ ເພື່ອໃຫ້ເຜີຍແພ່ ໃຫ້ປະຊາຊົນ ເຂົ້າໃຈ”
ເຈົ້າໜ້າທີ່ລາວ ໄດ້ແຈ້ງ ເພີ່ມວ່າ: ສະເພາະ ນະໂຍບາຍ ເຜີຍແພ່ ດັ່ງກ່າວນີ້ ແມ່ນສຳຫລັບ ແຕ່ໃນເຂຕແຂວງວຽງຈັນ ເທົ່ານັ້ນ ຍ້ອນວ່າ ໃນເຂຕແຂວງ ອື່ນໆນັ້ນ ຍັງບໍ່ທັນໄດ້ ມີກາຣປະຊຸມ ຮ່ວມກັບ ໜ່ວຍງານ ທີ່ກ່ຽວຂ້ອງ ແຕ່ຢ່າງໃດເທື່ອ ແລະ ກໍໝັ້ນໃຈວ່າ ຄົງຈະບໍ່ມີບັນຫາ ໃດໆ ເພື່ອຈະນຳເອົາໄປ ເຜີຍແພ່ຕໍ່ ປະຊາຊົນ ເພື່ອໃຫ້ເຂົ້າໃຈ ດັ່ງທີ່ ທ່ານໄດ້ກ່າວ ເພີ່ມອີກວ່າ:
“ສ່ວນຫລາຍ ສ່ວນຢູ່ ຫ່າງໄກ ສອກຫລີກ ບໍ່ມີບັນຫາ ເພາະວ່າ ຕົວເມືອງນ້ອຍ ບໍ່ມີບັນຫາ ແຕ່ວ່າ ສ່ວນຫລາຍ ມັນມີຢູ່ ໃນຕົວເມືອງໃຫຍ່ ບ່ອນຊຸມຊົນ ຕົວນີ້ ມັນມີທ່າອ່ຽງ ສ່ວນຫລາຍດຽວນີ້ ຖ້າມາ ເບີ່ງທ່າອ່ຽງ ຢູ່ແຂວງພວກເຮົາ ສ່ວນຫລາຍ ພວກກັມມະກອນ ກັບນັກຮຽນ”
ເຖີງຢ່າງໃດ ກໍຕາມ ທາງອົງກາຣ UNODC ກໍໄດ້ເນັ້ນ ໄວ້ວ່າ: ກາຣປ້ອງກັນ ແລະ ແກ້ໄຂ ບັນຫາຢາເສພຕິດ ເພື່ອຈະໃຫ້ໄດ້ ຜົລນັ້ນ ຈຳເປັນ ຕ້ອງມີ ກາຣປ່ຽນ ວິທີທາງ ຂອງກາຣດຳເນີນ ວຽກງານໃໝ່ ດ້ວຍກາຣຣະດົມ ໃຫ້ປະຊາຊົນ ໄດ້ຮູ້ ແລະ ເຂົ້າໃຈ ເຖີງບັນຫາ ອັນຕຣາຍ ຂອງຢາ ເສພຕິດ ເພື່ອເປັນກາຣໃຫ້ຄວາມຮູ້ ແລະ ສົ່ງເສີມ ໃນແຕ່ລະຄອບຄົວ ໃຫ້ເຂັ້ມແຂງ.
ພ້ອມດຽວກັນນີ້ ກໍຄວນຕ້ອງໃຫ້ມີ ທຸກພາຄສ່ວນ ຂອງປະຊາຊົນ ເຂົ້າມາ ມີບົທບາດ ໃນກາຣປ້ອງກັນແລະ ແກ້ໄຂ ບັນຫາຢາເສພຕິດ ໃຫ້ໝົດສິ້ນໄປ ອອກຈາກ ກຸ່ມເຍົາວະຊົນລາວ ຢ່າງທົ່ວເຖີງກັນ.