ຢາບ້າ ສ້າງບັນຫາໃຫຍ່ໃນລາວ

ຢາບ້າ ເປັນຢາເສບຕິດ ທີ່ສ້າງບັນຫາໃຫຍ່ ໃນລາວ ຍ້ອນວ່າມີຜູ້ຕິດ ຢູ່ປະມານ 40 ພັນຄົນ.

ຢາເສບຕິດ ຢາບ້າ ຍັງເປັນບັນຫາໃຫຍ່ ໃນສປປລາວ ໂດຍມີຜູ້ຕິດຢູ່ປະມານ 40 ພັນຄົນ. ໃນນັ້ນສ່ວນໃຫຍ່ແລ້ວ ເປັນພວກຊາວຫນຸ່ມ ຊຶ່ງເປັນອະນາຄົດຂອງຊາດ ຊຶ່ງສ່ວນນຶ່ງກໍຍ້ອນ ຄວາມຢາກລອງ ແລະຖືກຊັກຊວນ ຈາກໝູ່ເພື່ອນທີ່ບໍ່ດີ. ທ່ານ Leik ບຸນວັດ ຜູ້ຕາງໜ້າສະຫະປະຊາຊາດ ຄ້ານຢາເສບຕິດ ແລະອາສຍາກັມ ໃນນະຄອນຫລວງວຽງຈັນ ກ່າວວ່າ:

" ຢູ່ລາວ ບັນຫາໃຫຍ່ທີ່ສຸດ ກໍເປັນບັນຫາຢາບ້າ ຄົນຕິດຢາບ້າ ກໍມີປະມານ 40 ພັນກວ່າຄົນ ສ່ວນຫລາຍມັນເປັນ ຊາວຫນຸ່ມ ອາຍຸປະມານ 12 ປີ ຮອດ 25 ປີ".

ແລະວ່າ: ຢາບ້າສ່ວນຫລາຍແລ້ວ ມີການລັກຊື້ຂາຍກັນ ຢູ່ໃນເມືອງໃຫຍ່ໆ ແລະສປປລາວ ກໍຍັງເປັນປະເທດທາງຜ່ານ ໄປສູ່ຫລາຍປະເທດ ໃນການລັກຂົນ ຢາເສບຕິດ ຊຶ່ງຢູ່ສປປລາວ ມີທາງຜ່ານຢູ່ຫລາຍ ບ່ອນດ້ວຍກັນ ອັນເຮັດໃຫ້ ປະຊາຊົນລາວ ໂດຍສະເພາະ ກຸ່ມຊາວຫນຸ່ມ ຕິດຢາບ້າ ຈໍານວນຫລວງຫລາຍ.

ທ່ານ Leik ບຸນວັດ ກ່າວຕໍ່ໄປວ່າ ການທີ່ສປປລາວ ເປັນທາງຜ່ານ ແລະທັງເປັນສະຖານທີ່ ກັກຕູນຢາເສບຕິດ ກ່ອນສົ່ງອອກໄປຍັງ ປະເທດເພື່ອນບ້ານຕ່າງໆ.  ພ້ອມດຽວກັນ ໃນລາວເອງກໍມີຜູ້ລັກ ຄ້າຢາເສບຕິດ ເພາະໄດ້ກໍໄຣດີ:

"ກໍຄິດວ່າແບບນັ້ນ ແຕ່ວ່າຢາເສບຕິດ ມັນມີກໍາໄຣສູງ ຍ້ອນມີກໍາໄຣສູງ ຫລາຍຄົນຈຶ່ງຄ້າ.  ມີຜູ້ຄ້າຂາຍ ແລະມັນກໍມີຜູ້ຊື້".

ທົ່ວໄປແລ້ວການລັກລອບ ນໍາຢາເສບຕິດ ເຂົ້າມາລາວ ໂດຍສະເພາະຢາບ້າ ແມ່ນນໍາເຂົ້າມາ ຜ່ານເຂດຊາຍແດນ ທາງຝັ່ງຕາເວັນຕົກ ຂອງລາວ ແລະ ລັກລອບຂົນສົ່ງໄປ ຊາຍແດນທາງຕາເວັນອອກ ຂອງລາວ. ທ່ານ Leik Boonwat ກ່າວສລຸບ ໃນຕອນທ້າຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org