ການປາບປາມປູກຝີ່ນ ມີບັນຫາ ຍ້ອນຝີ່ນແພງຂຶ້ນ ຣາຄາພືດຜັກຖືກລົງ
ຫົວໜ້າອົງການຄວບຄຸມ ຢາເສບຕິດ ແລະອາສຍາກັມ ປະຈໍາພາກພື້ນ ກັງວົນວ່າ ການປາບປາມປູກຝີ່ນ ມີບັນຫາ ຊຶ່ງສ່ວນນຶ່ງ ກໍຍ້ອນຣາຄາຝີ່ນແພງຂຶ້ນ ຂນະທີ່ຣາຄາພືດຜັກ ທີ່ຖືກກົດໝາຍ ຖືກລົງ.
-
ມະນີຈັນ
2009-08-17 -
-
-
Your browser doesn’t support HTML5 audio
ທ່ານ Garry Louis ຜູ້ຕາງໜ້າອົງການ ຄວບຄຸມ ຢາເສບຕິດ ແລະອາສຍາກັມ UNODC ປະຈໍາພາກພື້ນ ເອເຊັຽຕາເວນອອກ ແລະປາຊີຟິກ ກ່າວສະແດງຄວາມ ວິຕົກກັງວົນກ່ຽວກັບ ການຫລຸດຜ່ອນການ ປູກແລະຜລິດຝີ່ນ ໃນປະເທດລາວ ຊຶ່ງມີຄວາມຄືບໜ້າ ໃນລະຍະທີ່ຜ່ານມາ ນັ້ນວ່າ ປາກົດວ່າຈະມີ ແນວໂນ້ມໄປໃນທິດ ທາງທີ່ກົງກັນຂ້າມ ຊຶ່ງກໍເປັນຜົລ ສືບເນື່ອງມາຈາກ ການເພີ່ມຂຶ້ນຂອງ ຣາຄາຝີ່ນ ແລະການຕົກຕໍ່າລົງ ຂອງຣາຄາພືດຜົລ ທີ່ຖືກກົດໝາຍ.
ນອກຈາກນັ້ນກໍຍ້ອນວ່າ ການສນັບສນູນ ເພື່ອຊ່ວຍໃຫ້ຊາວສວນ ປ່ຽນຈາກການປູກພືດ ຜິດກົດໝາຍ ໄປສູ່ການປູກພືດ ທີ່ຖືກກົດໝາຍ ໃນຫລາຍພື້ນທີ່ນັ້ນ ຫລຸດລົງຢ່າງຫລວງຫລາຍ ຊຶ່ງອາຈເຮັດໃຫ້ ຊາວສວນນັ້ນ ກັບມາປູກຝີ່ນຄືນ. ທ່ານ Garry Louis ກ່າວວ່າ:
"we are concern about the extant to which the declining of opium cultivation … production is being offset ບັນຫາຊຶ່ງ ພວກທ່ານ ກັງວົນໃນຂນະນີ້ ກໍຄືການເພີ່ມຂຶ້ນ ຂອງການຜລິດແລະ ການໃຊ້ຢາບ້າ methamphetamine ຂອງປະຊາຊົນ ໃນພາກພື້ນນີ້ ໂດຍເຂົ້າມາແທນ ທີ່ການປູກ ການຜລິດຝີ່ນ ທີ່ຫລຸດລົງ. ພ້ອມກັນນັ້ນກໍ ແມ່ນເລື່ອງການ ປາກົດໂຕຂຶ້ນ ຂອງເຂດການຜລິດໃໝ່ ຕ່າງໆຊຶ່ງລ້ວນແຕ່ ເປັນບັນຫາທີ່ ເຈົ້າໜ້າທີ່ພິທັກ ກົດໝາຍ ຂອງພວກທ່ານ ວິຕົກກັງວົນນໍາ.
ນັບແຕ່ທາງການລາວ ໄດ້ປະກາດ ປອດການປູກຝີ່ນ ແຕ່ປີ 2006 ມາກໍປາກົດວ່າ ຍັງມີການລັກລອບ ປູກຢູ່ ແລະກໍມີແນວໂນ້ມ ເພີ່ມຂຶ້ນຕື່ມອີກ ຖ້າມກາງການ ຊ່ວຍເຫລືອຈາກ ຕ່າງປະເທດບໍ່ໄດ້ ຕາມຄາດໝາຍ ເພື່ອຊ່ວຍໃຫ້ຊາວສວນ ທີ່ເຄີຍປູກຝີ່ນນັ້ນ ຍຶດອາຊີບໃໝ່ໄດ້ ຢ່າງຍັ້ງຍືນ.
ໃນຣາຍງານຂອງ UNODC ເມື່ອເດືອນ6ຜ່ານມາ ຣະບຸວ່າຕົວເລກ ການປູກຝີ່ນເພີ່ມຂຶ້ນ 7% ມາມີ 1600ເອັກຕາຣ ຈາກທີ່ມີ 1500ເອັກຕາຣ ໃນປີ2007 ໂດຍມີສາເຫດ ສໍາຄັນມາຈາກ ຣາຄາຝີ່ນແພງຂຶ້ນ ແລະພືດອື່ນໆ ທີ່ນໍາມາປູກ ແທນຝີ່ນນັ້ນ ມີຣາຄາຫລຸດລົງຫລາຍ.