ຜູ້ຄ້າ ຢາເສບຕິດ ຊາວລາວ 2 ຄົນ ຖືກຈັບ

ເຈົ້າໜ້າທີ່ ຕຳຣວດ ກອງເມືອງ ແຂວງມຸກດາຫານ ຈັບ ຄົນລາວ 2 ຄົນ ທີ່ຮັບຈ້າງ ຂົນຢາບ້າ ເຂົ້າໄປ ບາງກອກ.

ເມື່ອທ້າຍ ສັປດາ ຜ່ານມານີ້  ເຈົ້າໜ້າທີ່ ຕຳຣວດ ກອງເມືອງແຂວງມຸກດາຫານ ປະເທດໄທ ໄດ້ຈັບ ຄົນລາວ 2 ຄົນຢູ່ທ່າເຮືອ ເທດສະບານເມືອງມຸກດາຫານ ພ້ອມຂອງກາງ ຫຼັງຈາກ ທີ່ໄດ້ມີ ເບາະແສ ວ່າ ຈະມີຄົນລັກລອບ ຂົນຢາເສບຕິດ ຜິດກົດໝາຍເຂົ້າປະເທດ.

ຜູ້ຕ້ອງຫາ ຜູ້ນຶ່ງ ມີຊື່ວ່າ ທ້າວກິ່ງ ຍາຕຣາ ອາຍຸ 31ປີເປັນຄົນບ້ານທົ່ງສີເມືອງເມືອງສອງຄອນແຂວງສວັນນະເຂດ ມີຂອງກາງ ຢາບ້າ ຕິດໂຕກວ່າ 1300 ​ເມັດ. ອີກຜູ້ນຶ່ງແມ່ນນາງ ລິນດາ ສຸກສຸຕະ ອາຍຸ 33 ປີ ຢູ່ບ້ານໜອງຍໍ ເມືອງສອງຄອນແຂວງສວັນນະເຂດ ມີຂອງກາງ ຢາບ້າຕິດໂຕ ກວ່າ 1900 ​ເມັດ.

ຫຼັງຈາກ ຖືກຈັບໄດ້ ຜູ້ຕ້ອງຫາ ທັງສອງ ຮັບສາລະພາບວ່າມີນາທຶນ ເປັນຄົນລາວ ວ່າຈ້າງ ໃຫ້ນຳເອົາຢາບ້າໄປສົ່ງໃຫ້ ລູກຄ້າ ຢູ່ ບາງກອກ. ທັງສອງ ຈຶ່ງຖືກເຈົ້າໜ້າທີ່ ຕຳຣວດ ຄວບຄຸມຕົວ ພ້ອມຂອງກາງເພື່ອສົ່ງຟ້ອງສານ ດຳເນີນຄະດີຕໍ່ໄປ.

ເຈົ້າໜ້າທີ່ ສັງກັດໜ່ວຍ ສ​ະເພາະກິດ ຂອງໄທເປີດເຜີຍວ່າ ຜູ້ຕ້ອງຫາ ລັກລອບຂົນຢາບ້າເຂົ້າເມືອງ ທີ່ຜິດກົດໝາຍ ມີຫຼາຍຂື້ນແຫ່ງມີການຈັບກຸມຫຼາຍ ກໍແຫ່ງມີຜູ້ລັກລອບ ຫຼັ່ງໄຫຼເຂົ້າມາ.

ບາງຄັ້ງຜູ້ຕ້ອງຫານັ້ນແມ່ນຫາກໍ ພົ້ນໂທດ ອອກຈາກຄຸກ ມາບໍ່ໄດ້ ເຖິງເດືອນ ກໍມາຖືກຈັບໃໝ່ ກໍມີແລະ ບາງຄົນເຂົ້າອອກຄຸກໃນຄະດີດຽວກັນ 2-3 ​ເທື່ອ ກໍມີເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org