ນັກວິຊາການ ປະຈຳຜແນກ ຊັພຍາກອນນ້ຳ ແລະສີ່ງແວດລ້ອມ ທີ່ແຂວງຈຳປາສັກ ເວົ້າວ່າ ປະເທດລາວ ຄວນຈະມີການ ສ້າງຕັ້ງແຜນການ ຄູ້ມຄອງ ຊັພຍາກອນນ້ຳ ໃນຣະດັບປະເທດ ຂື້ນ ເພື່ອເປັນບ່ອນອີງ ຂອງທຸກພາກສ່ວນ ກ່ຽວຂ້ອງ ໃນການຈັດຕັ້ງ ໂຄງການຄູ້ມຄອງ ຊັພຍາກອນນ້ຳ ເພາະໃນຣະຍະ ທີ່ຜ່ານ ການປ່ຽນແປງ ຂອງ ດີນຟ້າອາກາດ ແລະນ້ຳ ເປັນບັນຫາໃຫຍ່ ທີ່ທ້າທາຍສັງຄົມ ໃນປັດຈຸບັນ. ດ່ັງທ່ານກ່າວ ໃນຕອນນື່ງວ່າ:
"ທ່າອ່ຽງຂອງແຫລ່ງນ້ຳ ເຮົາຈະເປັນລັກສນະໃດ ຢາກໃຫ້ເລັ່ງ ໃນບ່ອນວ່າ ແນວໂນ້ມໃນອີກ 5-10 ປີ ສ້າງເປັນ scenario ໃຫ້ເບີ່ງໄດ້ບໍ ເພາະວ່າເຫັນແຜນ ການນຳໃຊ້ທີ່ດີນ ແລະກໍ່ແຜນຕ່າງໆ ທີ່ກ່ຽວກັບການ ພັທນາ ເສຖກິດສັງຄົມ ແຕ່ວ່າຢາກໃຫ້ ລົງເລິກຕື່ມ ສະເພາະເຣື້ອງນ້ຳ'.
ທ່ານວ່າ ໃນຣະຍະທີ່ຜ່ານມາ ໃນ ສປປລາວ ກໍ່ຍັງບໍ່ມີການ ສ້າງຕັ້ງແຜນຄູ້ມຄອງ ຊັພຍາກອນນ້ຳ ຢ່າງເປັນຣະບົບ ດັ່ງການຈັດຕັ້ງ ແຜນການອື່ນໆເທື່ອ ຕ້ອງການ ຢາກໃຫ້ມີການ ສ້າງຕັ້ງອົງການ ຊັພຍາກອນນ້ຳ ແລະສີ່ງແວດລ້ອມ ໃຫ້ເຂົ້າມາດູແລ ວຽກງານ ກ່ຽວກັບການຄຸມຄອງ ຊັພຍາກອນນ້ຳ ເພື່ອໃຫ້ເປັນແຜນ ແມ່ບົດ.
ທ່ານວ່າ ສປປລາວ ກໍ່ມີການເຮັດແຜນ ແມ່ບົດກ່ຽວກັບ ການພັທນາເສຖກິດ ແລະສັງຄົມ ຢ່າງຫລວງຫລາຍໃນ ຫລາຍສາຂາ ເປັນຕົ້ນແມ່ນ ຍຸທສາດປ່າໄມ້ ລາວເຖີງປີ 2020 ແມ່ບົດດ້ານ ຢາເສບຕິດປີ 2003-2010 ຍຸທສາດການພັທນາ ການທ່ອງທ່ຽວແຫ່ງຊາດ ປີ 2006-2020 ແລະຍຸທສາດກ່ຽວກັບ ການນຳໃຊ້ທີ່ດີນ ທີ່ອົງການ ຄູ້ມຄອງທີ່ດີນ ແຫ່ງຊາດກຳລັງ ສືກສາແລະດຳເນີນ ການຮ່າງ ຮ່ວມກັບອົງການ ຄວາມຮ່ວມມື ຣະຫວ່າງປະເທດ ເຍຣະມັນ ໃນເວລານີ້.