ຊາວບ້ານທາດຫຼວງໃຕ້ ຮຽກຮ້ອງຣັຖແປງທາງ

ຊາວນະຄອນ ຫລວງວຽງຈັນ ຮຽກຮ້ອງ ໃຫ້ຣັຖບາລ ຊ່ວຍສ້ອມແປງ ເສັ້ນທາງ ທີ່ເພພັງ.

0:00 / 0:00

ປະຊາຊົນ ເຂຕບ້ານ ທາຕຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ຕ້ອງກາຣໃຫ້ ພາຄສ່ວນກ່ຽວຂ້ອງ ຂອງຣັຖບາລ ເຂົ້າມາຊ່ວຍ ໃນກາຣ ບູຣະນະ ຮັກສາ ຕາມເສັ້ນທາງ ທີ່ເພພັງ ໂດຽສະເພາະ ໃນສ່ວນຢູ່ ຕໍ່ໜ້າຫ້ອງ ວ່າກາຣບ້ານ ຊຶ່ງຢູ່ພາຍໃຕ້ ຄວາມຮັບຜິດຊອບ ຂອງທາງກາຣ ພາຍຫລັງທີ່ ໄດ້ຮັບຄວາມ ເສັຽຫາຍຈາກ ສະພາບທີ່ມີ ຝົນຕົກໜັກ ດັ່ງທ່ານບຸນປັນ ຣາສດອນ ບ້ານທາຕຫລວງ ໃຕ້ໄດ້ກ່າວວ່າ:

“ກະຖືວ່າ ໄດ້ຮັບຄວາມ ຫຍຸ້ງຍາກ ຍ້ອນວ່າພວກເຮົາ ຈະສ້າງໃຫ້ ໄດ້ມາຕຖານ ກໍສ້າງບໍ່ໄດ້ ຍ້ອນເປັນ ສາຍທາງຫລັກ ທີ່ຈະເຊື່ອມຕໍ່ ໃສ່ຖນົນ ໂພນທັນ ຊຶ່ງເປັນແຜນ ກາຣ ຂອງຣັຖບາລ ຈັ່ງຊັ້ນ ຈຶ່ງຢາກສເນີ ໃຫ້ຣັຖບາລ ເອົາໃຈໃສ່ຊ່ວຍ ພວກເຮົາຕື່ມ”.

ຊາວບ້ານ ດັ່ງກ່າວ ໃຫ້ກາຣ ອະທິບາຍ ເພີ່ມວ່າ ສະພາບເສັ້ນ ທາງທັງໝົດ ຍັງເປັນເສັ້ນທາງ ບໍ່ທັນປູຢາງ ບໍ່ໄດ້ ມາຕຖານ ໄດ້ຮັບຄວາມ ລຳບາກ ໃນຍາມຝົນຕົກ ພ້ອມກັບ ຈຳນວນຣົຖ ທັງຣົຖຈັກ ແລະຣົຖໂອໂຕ ກໍມີຫລາຍ ເພີ່ມຂຶ້ນເລື້ອຽໆ ແລະຍິ່ງເຮັດ ໃຫ້ຫົນທາງ ເປ່ເພໄວ ຊຶ່ງໃນຣະຍະ ຜ່ານມາ ປະຊາຊົນ ທ້ອງຖິ່ນກໍໄດ້ ຮ່ວມກັນ ອອກທຶນ ແລະແຮງງານ ດ້ວຍກາຣ ນຳເອົາດິນ ແລະຫີນມາ ຖົມຕາມຂຸມ ທີ່ເກີດເປັນ ບວກນ້ຳ ເພື່ອພຍາຍາມ ຮັກສາ ເສັ້ນທາງໄວ້.

ພ້ອມດຽວກັນນີ້ ທ່ານກໍວ່າ ສະພາບຄວາມ ເປ່ເພພັງ ກໍນັບມື້ ຮ້າຍແຮງຂຶ້ນ ເປັນກາຣສ້າງ ຄວາມລຳບາກ ໃນກາຣ ສັນຈອນໄປມາ ໃນແຕ່ລະມື້ ຢ່າງຫລວງຫລາຍ ຈຶ່ງຢາກໃຫ້ ທາງກາຣກ່ຽວຂ້ອງ ໃນພາຄຣັຖ ເອົາໃຈໃສ່ ຊ່ວຍສ້າງຫົນທາງ ໃຫ້ໄດ້ມາຕຖານ ແກ່ປະຊາຊົນ ດ້ວຍ.