ປະຊາຊົນ ປະມານ 500 ກວ່າຄອບຄົວ ໃນ 4 ບ້ານທີ່ໄດ້ ຮັບຜົນກະທົບ ຈາກໂຄງການ ຂຍາຍເດີ່ນຍົນ ເມືອງຫລວງພະບາງ ຍັງຂັດຂ້ອງ ໃຈຢູ່ກ່ຽວກັບ ຄ່າຊົດເຊີຽ ຈາກ ຣັຖບານ ທີ່ຕົນໄດ້ຮັບ. ປະຊາຊົນ ບາງຈໍານວນ ຖາມວ່າເປັນຫຍັງ ຕົນໄດ້ຮັບ ຄ່າຊົດເຊີຽ ຕໍ່າແທ້ ແລະເປັນຫຍັງ ບາງຄົນໄດ້ ຮັບຄ່າ ຊົດເຊີຽສູງ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຈາກອົງການ ຄຸ້ມຄອງທີ່ດິນ ແຂວງ ຫລວງພຣະບາງ ອະທິບາຍວ່າ:
"ບັດນີ້ພວກເຂົາ ບໍ່ເຂົ້າໃຈ ເຣື້ອງການຄິດໄລ່ ຂອງວິຊາການ ປະຊາຊົນ ເຂົາຈະບໍ່ເຂົ້າ ໃຈວ່າ ເປັນຫຍັງ ເຮືອນຂອງເຮົາ ກັບເຮືອນຂອງ ຄົນນັ້ນ ຄືມັນເທົ່າກັນ ເປັນຫຍັງ ຣາຄາມັນ ບໍ່ຄືກັນ. ຕົວຢ່າງວ່າ ເຮືອນເຈົ້າ ມັນສົມບູນແບບ ຣາຄາມັນ ກໍຈະຂື້ນ ແລະເຮືອນເຈົ້າ ມັນບໍ່ມີອີ່ຫຍັງ ໃນເຮືອນ ອັນນັ້ນ ຣາຄາມັນ ກໍຕົກໄປ ມັນຕາມປະເພດ ຂອງການນໍາໃຊ້ ຂອງເຮືອນ".
ເຈົ້າໜ້າທີ່ ອະທິບາຍ ຕໍ່ໄປວ່າ ການຕີລາຄາ ເຮືອນນັ້ນແມ່ນ ຄິດໄລ່ເປັນ ແມັດກາເຣ ແລະປີທີ່ເຮືອນ ຖືກສ້າງຂື້ນ. ທາງການວາງ ຣາຄາໄວ້ເປັນ ຫລັກມາຕຖານ ແລ້ວ ເອົາມາຄິດໄລ່ວ່າ ໃຊ້ໄປແລ້ວ ຈັກເປີເຊັນ ເຫລືອເທົ່າໃດ ແລ້ວເອົາມາ ບວກລົບກັນ ອອກມາເປັນ ຣາຄາທີ່ ຕ້ອງຊົດເຊີຽ. ສໍາລັບ ເຮືອນຫລັງເກົ່າ ປະຊາຊົນ ສາມາດ ນໍາເອົາ ກະເບື້ອງມຸງ ຫລັງຄາ ແລະໄມ້ຕ່າງໆ ໄປໃຊ້ກັບເຮືອນ ຫລັງໃໝ່ໄດ້.
ສໍາລັບການ ໂຍກຍ້າຍ ປະຊາຊົນ ໄປຢູ່ເຂດ ຈັດສັນຂອງ ຣັຖບານ ຊື່ງຄາດວ່າຈະ ໃຫ້ສໍາເຣັດ ໃນເດືອນ ມີຖຸນາ ຜ່ານມານັ້ນ ບໍ່ທັນສໍາເຣັດເທື່ອ ຍ້ອນວ່າ ທີ່ດິນ ບໍ່ພຽງພໍ. ການຊົດເຊີຽ ກໍບໍ່ທັນ ສໍາເຣັດໝົດ:
"ດຽວນີ້ກໍ ປະມານ 60% ເຣື້ອງການຊົດເຊີຽ ກ່ຽວກັບເຮືອນ ມັນຄ້າງດິນ ທີີ່ຈະຈັດສັນ ໃຫ້ເຂົາເຈົ້າ ຢູ່ຄືນ ດິນເຮົາ ບໍ່ທັນພຽງພໍ ທີ່ຈະສນອງ ໃຫ້ປະຊາຊົນ ຜູ້ຖືກຜົນ ກະທົບໄປຢູ່. ຈະໃຫ້ຢູ່ບ່ອນ ຊົ່ວຄາວ ເອົາຫຍັງໃຫ້ ຢູ່ຊົ່ວຄາວກ່ອນ ຫລັງຈາກໄດ້ ທີ່ດິນແລ້ວ ມອບສິດ ໃຫ້ເຂົາແລ້ວ ເຂົາໄປຕັ້ງ ເຮືອນໃໝ່ ໃສ່ເລີຽ".
ໃນຈໍານວນ 4 ບ້ານ 500 ຄອບຄົວກ່ວາໆ ທີ່ຕ້ອງໂຍກຍ້າຍ ນັ້ນກໍມີ ບ້ານໜອງຊາຍ ບ້ານຄົມຂວງ ບ້ານທ່າໂຄມ ແລະບ້ານໂຄກວາ. ພື້ນທີ່ຈັດສັນ ໃຫ້ນັ້ນມີ ທັງໝົດ ປະມານ 10,000 ha ຢູ່ໃນເຂດ ບ້ານທ່າທຽນ ແລະ ບ້ານບອນພອນໄຊ.