ຄ່າທັມນຽມ ຂໍໃບຕຣາດິນ

ປະຊາຊົນລາວ ທີ່ຍັງບໍ່ທັນ ມີເງີນຈ່າຍຄ່າ ທັມນຽມ ຂໍໃບຕຣາດິນ ເທື່ອນັ້ນ ສາມາດໄປ ແຈ້ງໄວ້ເພື່ອ ລໍຖ້າຂື້ນ ທະບຽນໄດ້.

0:00 / 0:00

ຫລັງຈາກທາງກາຣ ສປປລາວ ປະກາສໃຊ້ ກົດໝາຍ ທີ່ດິນ ສະບັບໃໝ່ ຫວ່າງມໍ່ໆ ມານີ້ເຮັດໃຫ້ ປະຊາຊົນ ບາງກຸ່ມໂດຽ ສະເພາະຕາມ ເຂຕທີ່ຫ່າງໄກ ສອກຫລີກ ໄດ້ຮັບ ຜົລກະທົບ ໃນດ້ານກາຣເຮັດ ໃບຕຣາດິນ ຫລື ສະໂນດທີ່ດີນ ເປັນຂອງຕົວເອງ ຍ້ອນບໍ່ມີເງີນ ໄປເສັຽຄ່າ ທັມນຽມ ຊື່ງຕ້ອງມີກາຣ ຄິດໄລ່ຕາມ ລັກສະນະ ພ້ອມກັບຄວາມກວ້າງ ຂອງບໍຣິເວນ ເນື້ອທີ່ດີນ ຂອງຕົນນັ້ນ.

ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ຈາກ ກົມນະໂຍບາຍ ທີ່ດີນ ສຳນັກງານ ນາຍົກ ຣັຖມົນຕຣີ ນະຄອນຫລວງ ວຽງຈັນ ກໍວ່າຕາມ ກົດໝາຍ ນັ້ນມັນມີວິທີ ກາຣແກ້ໄຂໄດ້ ດັ່ງທີ່ທ່ານໄດ້ ກ່າວວ່າ:

“ບໍ່ທັນສາມາດ ວັດແທກໄດ້ ບໍ່ທັນສາມາດ ວັດໄດ້ ມີແຕ່ແຈ້ງໄວ້ ເມື່ອໃດຫາກມີ ເງີນແລ້ວກໍມາ ເຮັດໃບຄຳຮ້ອງ ຂໍຂື້ນທະບຽນ ຂໍຂື້ນທະບຽນ ກໍໝາຍເຖີງ ຂໍສະໂນດ ຖາວອນ ອັນຖູກ(ຖືກ)ຕ້ອງ"

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເພີ່ມວ່າ ສຳຫລັບຄ່າ ທັມນຽມໃນກາຣ ວັດແທກນັ້ນ ທາງຜູ້ເປັນ ເຈົ້າຂອງທີ່ດິນ ຕ້ອງໄດ້ຈ່າຍໃຫ້ ກັບທາງເຈົ້າ ໜ້າທີ່ຜູ້ທີ່ ໄປວັດແທກ ນັ້ນ ຊື່ງກໍຂື້ນກັບ ຄວາມກວ້າງຂອງ ບໍຣິເວນ ທີ່ດີນພ້ອມກັບ ວ່າມີຄວາມ ສະດວກຫລື ລຳບາກໃນກາຣ ວັດແທກນັ້ນ ນຳດ້ວຍ ຕລອດຮອດ ຣະຍະເວລາ ຂອງກາຣ ວັດແທກ ພ້ອມກັບຄ່າ ອາຫາຣກາຣກິນ ຫລືຄ່າໂຮງແຮມ ເຮືອນພັກ ແລະຄ່າໃຊ້ຈ່າຍ ຕ່າງໆຕລອດ ຣະຍະທີ່ຕ້ອງ ໃຊ້ເວລາໃນ ກາຣວັດແທກ ແຕ່ລະເນື້ອທີ່ ດີນນັ້ນໆ.

ແຕ່ສະເພາະ ພື້ນທີ່ດິນທີ່ ທາງນັກ ທຸຣະກິຈ ຕ່າງຊາຕເຂົ້າມາ ຮັບສັມປະທານ ເພື່ອກາຣປູກພືຊ ອຸຕສາຫະກັມ ຕ່າງໆນັ້ນ ກໍຈະແມ່ນ ປະຊາຊົນເອງ ທີ່ຕ້ອງເປັນຜູ້ ຕັດສິນໃຈໃນ ກາຣແບ່ງປັນ ຜົລພືຊພັນນັ້ນໆ ດັ່ງທີ່ທ່ານໄດ້ ກ່າວເນັ້ນວ່າ:

“ເຣື່ອງນີ້ມັນ ຂື້ນຢູ່ກັບ ປະຊາຊົນ ທ້ອງຖີ່ນ ຕັດສິນໃຈເອງ ວ່າດີນຕົວນີ້ ຢູ່ນີ້ ຈະເຂົ້າຮ່ວມ ຫລືບໍເຂົ້າຮ່ວມ ກໍສຸດແລ້ວ ຫລືວ່າດິນ ຕົວນີ້ ບໍ່ຢາກເຂົ້າ ຮ່ວມ ຢາກໃຫ້ ບໍຣິສັທ ເຂົາເຈົ້າປູກເລີຽ ກໍເວນຄືນ ເອົາຕົວນີ້ ແລ້ວເຂົາກໍໄດ້ ເງີນແລະດິນຕົວ ນັ້ນກໍເປັນ ຂອງຣັຖຄືນ”

ຢ່າງໃດກໍຕາມ ທ່ານໄດ້ກ່າວ ສລຸບວ່າກາຣທີ່ ທາງກາຣລາວໄດ້ ປະກາສໃຫ້ມີ ກາຣນຳໃຊ້ ກົດໝາຍທີ່ດິນ ໃໝ່ນັ້ນ ກໍເພື່ອຢາກໃຫ້ ປະຊາຊົນ ມີລາຍລັກ ອັກສອນ ໃນກາຣເປັນ ເຈົ້າຂອງທີ່ດີນ.

ພ້ອມຍັງເປັນກາຣ ສ້າງຄວາມສະດວກ ໃນເມື່ອ ປະຊາຊົນ ຕ້ອງກາຣທີ່ ຈະຊື້ຂາຍ ຫລື ໃຫ້ມີກາຣ ເຊົ່າທີ່ດິນ ເພື່ອກາຣລົງທຶນ ຕ່າງໆນັ້ນ ນຳດ້ວຍ.