ສູດການສຶກສາ ແລະ ວິຊາທ້ອງຖິ່ນ

ຫລັກສູດ ການຮຽນ ໃນ ສປປລາວ ຈະມີວິຊາ ການທ້ອງຖິ່ນ ຮ່ວມຢູ່ນຳ

0:00 / 0:00

ໂຄງການປ່ຽນແປງ ຣະບົບ ການສຶກສາ ເພື່ອເຮັດໃຫ້ ຄຣູອາຈານ ມີຄວາມຮູ້ພ້ອມ ທີ່ຈະສອນ ແລະມີ ປະສິດທິພາບ ຍິ່ງຂື້ນ ທັງຈະເຮັດໃຫ້ ນັກຮຽນ ນັບແຕ່ຂັ້ນ ປະຖົມ ໄປຮອດ ມັທຍົມ ສາມາດເທົ່າທຽມ ກັບຣະດັບ ສາກົນ ທາງກະຊວງ ສຶກສາ ໄດ້ຕຽມບົດຮຽນ ຕື່ມນອກເໜືອຈາກ ການຮຽນປະຈຳ ດັ່ງອາຈານ ມີໄຊກອນ ວັນນະຈິດ ຫົວໜ້າຜແນກ ແຜນການ ແລະການຮ່ວມມື ສາກົນ ກະຊວງ ສຶກສາທິການ ໄດ້ອະທິບາຍ ກ່ຽວກັບ ເຣື້ອງນີ້ວ່າ:

ການນຳໃຊ້ ເຂົາເອີ້ນວ່າ ຫລັກສູດທ້ອງຖິ່ນ 20% ໄດ້ກຳໜົດຢູ່ ໃນນະໂຍບາຍ ວ່າຢູ່ໃນ ຫລັກສູດ ການຮຽນການສອນ ສາມັນສຶກສາ ຕ້ອງໄດ້ປ່ຽນໃຫ້ ມັນໄດ້ກັບ ຫລັກສູດທ້ອງຖິ່ນ.

ອາຈານ ມີໄຊກອນ ໄດ້ເວົ້າອີກວ່າ ສຳລັບຫລັກສູດ ສູນກາງ ການສຶກສາ ທີ່ມີກຳໜົດ ໄວ້ໃຫ້ມີ 80 ສ່ວນຮ້ອຍ ແລະ 20 ສ່ວນຮ້ອຍ ຈະເປັນຫລັກສູດ ທ້ອງຖິ່ນເຊັ່ນວ່າ ການກະເສດ ໃນແຕ່ລະແຂວງ ຕ່າງໆຈະມີ ສະພາບແວດລ້ອມ ແຕກຕ່າງກັນໄປ ຈຳເປັນຕ້ອງ ໄດ້ເຂົ້າໃຈ ເຖິງຫລັກການ ເບື້ອງຕົ້ນ ແລະສາມາດ ປ່ຽນແປງສະພາບ ການກະເສດ ໃຫ້ເໝາະສົມກັບ ທ້ອງຖິ່ນ ນັ້ນໆ.

ສຳລັບເງິນທຶນ ທີ່ຈະນຳເອົາ ມາໃຊ້ໃນການ ພັທນາການ ສຶກສາ ໃນດ້ານຕ່າງໆນັ້ນ ທາງກົມແຜນການ ໄດ້ເກັບກຳ ຂໍ້ມູນແຕ່ ລະດັບຊັ້ນ ອະນຸບານ ຮອດມະຫາ ວິທຍາລັຍ ຈົນເຖິງປີ 2015. ດັ່ງ ອາຈານ ມີໄຊກອນ ເປີດເຜີຍວ່າ:

ດຽວນີ້ ສຳເລັດແລ້ວ ຣັຖບານຣັບຮອງ ຣຽບຣ້ອຍແລ້ວ ESDF (Education Sector Development Fund) ຫລືແປເປັນ ພາສາລາວວ່າ ຂອບພັທນາການ ສຶກສາ ດຽວນີ້ຈະຕຽມ ແຜນປະຕິບັດ ໂຄງການດັ່ງກ່າວ ຈັດທົ່ວເລີຍທົ່ວ ສປປລາວ.

ສຳລັບ ຈຸດປະສົງ ສຳຄັນໃນການ ປະຕິຮູບ ການສຶກສາ ນີ້ກໍເພື່ອໃຫ້ ນັກຮຽນ ສປປລາວ ມີຄຸນນະພາບ ການສຶກສາ ເທົ່າທຽມກັບ ຣະບົບສາກົນ ແລະແກ້ໄຂ ບັນຫາ ການຄາດແຄນ ຄຣູສອນ ຮວມທັງ ຂະຫຍາຍຫລັກສູດ ວິຊາອາຊີບ ແລະ ການອົບຮົມ ວິຊາອອກໄປ ທຸກໆແຂວງ.