ແຜນການບໍຣິຫານ ຊັພຍາກອນນໍ້າ

ຄວນມີແຜນ ໃນການ ບໍຣິຫານ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ໃຫ້ດີ ເພື່ອເວັ້ນຈາກ ບັນຫາການ ຂາດແຄນ ໃນອະນາຄົດ.

0:00 / 0:00

ເຈົ້າໜ້າທີ່ຈາກ ອົງການ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ເວົ້າວ່າ ປັດຈຸບັນນີ້ ຫາກບໍ່ມີລະບົບ ຄຸ້ມຄອງ ຊັພຍາກອນນ້ຳ ໃຫ້ເໝາະສົມ ໃນອະນາຄົດ ຈະເກີດບັນຫາ ການຂາດແຄນນ້ຳ ຢ່າງຮຸນແຮງ ເຖິງວ່າຈະມີ ກົດໝາຍ ແລະລະບຽບຕ່າງໆ ກ່ຽວກັບການ ໃຊ້ນ້ຳ ແຕ່ໃນພາກ ປະຕິບັດນັ້ນ ຍັງເຮັດບໍ່ໄດ້ ຢ່າງຈິງຈັງແລະ ມີປະສິດທິພາບ. ດັ່ງທ່ານ ສີສະຫວັດ ວິດທະໄຊ ຮອງຫົວໜ້າອົງການ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ເວົ້າວ່າ:

"ເຖິງຢ່າງໃດກໍຕາມ ຖ້າການພັທນາ ຍັງສືບຕໍ່ຂຍາຍຕົວ ໃນລະດັບຄື ປັດຈຸບັນ ແລະຖ້າພວກເຮົາ ຫາກຍັງບໍ່ມີ ລະບົບການຄຸ້ມຄອງ ຊັພຍາກອນນ້ຳ ໃຫ້ເໝາະສົມ ຄາດວ່າບັນຫາ ການຂາດເຂີນ ແລະ ການຍາດແຍ່ງນ້ຳ ໃນອະນາຄົດ ກໍຈະເພີ້ມຂື້ນ".

ນອກຈາກນີ້ທ່ານ ສີສະຫວັດ ຍັງໄດ້ເວົ້າຕໍ່ໄປວ່າ ທີ່ຜ່ານມານີ້ ການນຳໃຊ້ ຊັພຍາກອນນ້ຳ ໃນຊີວິດ ປະຈຳວັນແລະ ການຜລິດຕ່າງໆ ໄດ້ເພີ້ມຂື້ນຢ່າງ ຫລວງຫລາຍ ຕາມການເຕີບໃຫຍ່ ຂອງເສຖກິດ ແລະການຂຍາຍໂຕ ຂອງພົລເມືອງ ແລ້ວກໍຍັງມີ ຜົນກະທົບຈາກ ການພັທນາຕ່າງໆ ຕໍ່ຄຸນນະພາບນ້ຳ ສຸຂພາບຂອງຄົນ ແລະ ສິ່ງແວດລ້ອມອີກ. ເຖິງວ່າ ສປປລາວ ຈະມີກົດໝາຍ ຄຸ້ມຄອງ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ກໍຕາມ ແຕ່ກໍຍັງບໍ່ ສອດຄ່ອງກັບການ ຂຍາຍໂຕ ໃນດ້ານຕ່າງໆ ທີ່ເກີດຂື້ນ. ທ່ານ ສີສະຫວັດ ເວົ້າອີກວ່າ:

"ເຖິງແມ່ນວ່າ ຣັຖບານໄດ້ ມີການສ້າງກົດໝາຍ ແລະ ລະບຽບການຕ່າງໆ ຕໍ່ການຄຸ້ມຄອງ ຊັພຍາກອນນ້ຳ ແຕ່ທາງດ້ານຈຸດອ່ອນ ແລະ ຂໍ້ຊ່ອງຫວ່າງຕ່າງໆ ກ່ຽວກັບຄວາມ ເຂົ້າໃຈ ແລະການນຳໃຊ້ ທີ່ມີ ປະສິດທິພາບ ແລະ ຜະສົມຜະສານ ໃນການຄຸ້ມຄອງ ຊັພຍາກອນນ້ຳ ມີບັນຫາຢູ່".

ທ່ານ ສີສະຫວັດ ເວົ້າໃນຕອນທ້າຍວ່າ ຊັພຍາກອນນ້ຳ ເປັນສິ່ງນຶ່ງທີ່ ຊີວິດທຸກຊນິດ ຈະຂາດບໍ່ໄດ້ ແລະ ຍັງມີບົດບາດ ສຳຄັນ ໃນການປະກອບ ສ່ວນຕໍ່ການຂຍາຍ ຕົວຂອງ ເສຖກິດ ສັງຄົມ.