ອົງການ SEADA ຫລືສະມາຄົມ ບັນດາຜູ້ພັທນາ ທາງສັງຄົມແລະ ເສຖກິດ ໃນນະຄອນຫລວງ ວຽງຈັນ ມີແຜນການ ທີ່ຈະພິມປຶ້ມອ່ານ ປະມານ10ພັນຫົວ ໄປແຈກ ໃຫ້ເດັກນ້ອຍນັກຮຽນ ໃນແຂວງພາກໃຕ້ ແລະ ພາກກາງຂອງລາວ ໃນຣະຫວ່າງທ້າຍ ປີນີ້ ໂດຍຄາດວ່າ ໃນເບື້ອງຕົ້ນຈະມີ ປະມານ3ພັນຫົວ ໄປແຈກກ່ອນຍ້ອນ ມີງົບປະມານ ພິມພຽງເທົ່ານັ້ນ. ຕາມຄໍາເວົ້າ ຂອງຍານາງ ສຸລີ ກວັກອ່າງຄໍາ:
"ໝວດເຮົາມີ ງົບປະມານພິມ 3ພັນກວ່າຫົວ ຖອກໃຫ້ບໍຣິສັດ ແລ້ວກະກຽມຈະພິມ ແລະ ພວກເຮົາຍັງຕ້ອງການ ປະມານ7ພັນຫົວ ອີກຫັ້ນນະ"
ປຶ້ມ3ພັນຫົວທີ່ວ່າ ນັ້ນທາງອົງການ SEDA ກໍາລັງລໍຖ້າ ໃຫ້ອີກ2ກະຊວງ ຮັບຜ່ານຄື ກະຊວງຖແລງຂ່າວ ແລະວັທນະທັມ ກັບກະຊວງສຶກສາ ຈຶ່ງຈະສາມາດ ເລີ້ມພິມ ແບບຖືກຕ້ອງໄດ້ ຊຶ່ງດຽວນີ້ຄໍາຮ້ອງ ນັ້ນກໍຢູ່ ສໍານັກງານນາຍົກ ຣັຖມົນຕຣີແລ້ວ ແລະຈະພຍາຍາມ ນໍາໄປແຈກຢາຍ ໃຫ້ເຖິງມືເດັກນ້ອຍ ໃນຕົ້ນເດືອນ ຕຸລາ.
ພ້ອມດຽວກັນກໍ ຫວັງວ່າຈະມີ ງົປມານສໍາລັບ ພິມຕື່ມອີກ7ພັນຫົວ ເພື່ອແຈກພາຍໃນ ທ້າຍປີ2009ນີ້. ປຶ້ມເລື້ອງດັ່ງກ່າວ ຈະມີ2ພາສາ ຄວບຄູ່ກັນໄປ ຄືພາສາລາວ ກັບພາສາອັງກິດ ໂດຍມີ ຮູບພາບຕົວຈິງ ເປັນຮູບກະຕູນ ປະກອບໄປນໍາ. ປື້ມນີ້ແຕ່ງຂຶ້ນ ສໍາລັບເດັກນ້ອຍ ອາຍຸຣະຫວ່າງ 6ປີຫາ15ປີ ໂດຍຄົນອັງກິດຊື່ Oliver ຊຶ່ງເປັນຄົນພິການ ທາງສາຍຕາ. ຍານາງ ສຸລີ ກວັກອ່າງຄໍາ ກ່າວເຖິງ ຄວາມສໍາຄັນ ໃນການມີໂອກາດ ອ່ານປື້ມຂອງເດັກນ້ອຍ ໃນຕອນນຶ່ງວ່າ:
"ພວກເຮົາ ຊອກຮູ້ຫລັກສູດ ທີ່ງ່າຍແລະໃຫ້ເຂົາ ສົນໃຈຖ້າເຂົາ ຕິດອ່ານປຶ້ມແນວໃດ ກໍໄດ້ລະເຂົາ ໄປຮຽນວິຊາ ສະເພາະ ຂອງເຂົາຈະເຂົ້າ ໃຈງ່າຍກວ່າ ເພາະດຽວນີ້ ເຂົາອ່ານປື້ມມີ ແຕ່ອ່ານ ໃຊ້ຄວາມຊົງຈໍາຊື່ໆ ລະບໍ່ເຂົ້າໃຈ ເນື້ອໃນ ແລະຈະວາດພາບ ບໍ່ເຫັນໂຕນີ້ ແລ້ວມັນເຮັດໃຫ້ ເດັກນ້ອຍ ຫລືຜູ້ໃຫຍ່ ອະນາຄົດ ບໍ່ຍືນຍົງ."
ໂຄງການພິມ ແລະ ແຈກປຶ້ມເລື່ອງ ໃຫ້ເດັກນ້ອຍ ໃນເຂດແຂວງ ຫ່າງໄກຂອງລາວ ເປັນສ່ວນນຶ່ງຂອງ ຫລາຍໆໂຄງການ ຂອງອົງການ SEADA ຊຶ່ງກໍມີຮວມທັງ ການຮັບປະກັນດ້ານ ອາຫານການກີນ ທີ່ສົມບູນສໍາລັບ ເດັກນ້ອຍ ສໍາລັບຜູ້ເປັນແມ່ ແລະ ສະພາບແວດລ້ອມ ນໍາດ້ວຍ.